ສປປ ລາວ ເລີ່ມປະຕິບັດໜ້າທີ່ສະມາຊິກ ຄະນະບໍລິຫານງານ ອົງການຢູນິເຊັບ
ນິວຢອກ, ວັນທີ 7 ກຸມພາ 2025 - ສປປ ລາວ ໄດ້ເລີ່ມປະຕິບັດໜ້າທີ່ເປັນສະມາຊິກ ຄະນະບໍລິຫານງານ ຂອງອົງການຢູນິເຊັບ ຢ່າງເປັນທາງການ ສຳລັບສົກປີ 2025-2027, ພາຍຫຼັງການເລືອກຕັ້ງ ໂດຍ ສະພາເສດຖະກິດ-ສັງຄົມ ສະຫະປະຊາຊາດ