United Nations Welcome to the United Nations. It's your world.
  • العربية
  • 简体中文
  • English
  • Français
  • Русский
  • Español

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ເຄືອຈັກກະພົບ ໂດມີນິກ/The Lao People’s Democratic Republic and the Commonwealth of Dominica established their Diplomatic Relations

Date: 
Thursday, 29 July 2021

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ເຄືອຈັກກະພົບ ໂດມີນິກ

 

     ເພື່ອເປັນການເສີມຂະຫຍາຍ ສາຍພົວພັນການທູດ ພ້ອມທັງ ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເຄືອຈັກກະພົບ ໂດມີນິກ (Commonwealth of Dominica), ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2021 ຢູ່ທີ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສະຫະລັດ ອາເມລິກາ, ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເຄືອຈັກກະພົບ ໂດມີນິກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປລາວ ປະຈໍາອົງການ ສປຊ,​ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ເຄືອຈັກກະພົບ ໂດມີນິກ ແມ່ນ ທ່ານ ນາງ ລໍຣີນ ບານເນສ-ໂຣເບີດສ໌ (H.E. Mrs. Loreen Bannis-Roberts), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ໂດມີນິກ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ໃນພິທີດັ່ງກ່າວຂອງບັນດານັກການທູດຂອງທັງສອງຝ່າຍ.

     ປະເທດ ໂດມີນິກ ເປັນປະເທດເກາະດອນນ້ອຍ ຕັ້ງຢູ່ໃນເຂດທະເລ ຄາຣິບຽນ, ໄດ້ຮັບເອກະລາດຈາກ ຣາຊາອານາຈັກ ອັງກິດ ໃນວັນທີ 03 ພະຈິກ 1978, ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ 18 ທັນວາ 1978, ທັງເປັນສະມາຊິກກຸ່ມ ປະຊາຄົມ ຄາຣິບຽນ (CARICOM), ກຸ່ມປະເທດທີ່ໃຊ້ພາສາຝຣັ່ງ (Frncophonie), ຂະບວນການບໍ່ຮ່ວມກຸ່ມ (NAM) ແລະ ມີສາຍພົວພັນການທູດກັບຫລາຍກວ່າ 50 ປະເທດ. ປະເທດ ໂດມີນິກ ມີນະຄອນຫລວງ ຊື່: Roseau; ມີເນື້ອທີ່ທັງຫມົດ: 751 ຕາຕະລາງ ກິໂລແມັດ; ພາສາທາງການທີ່ນໍາໃຊ້ແມ່ນ ພາສາອັງກິດ, ພາສາຝຣັ່ງ ແລະ ພາສາທ້ອງຖິ່ນ (Patois/Kweyol). ໂດມີນິກ ເປັນປະເທດເກາະດອນນ້ອຍ ທີ່ສວຍງາມ ແລະ ມີຄວາມອຸດົມຮັ່ງມີທາງດ້ານຊັບພະຍາກອນທໍາມະຊາດ ເປັນຕົ້ນແມ່ນຊັບພະຍາກອນ ປ່າໄມ້, ຊີວະນາໆພັນ ແລະ ບໍ່ນໍ້າຮ້ອນທໍາມະຊາດທີ່ເກີດຈາກການລະເບີດຂອງພູເຂົາໄຟ, ມີການສົ່ງເສີມການທ່ອງທ່ຽວທາງທໍາມະຊາດ ແລະ ການຜະລິດກະສິກໍາ ເປັນທ່າແຮງທາງດ້ານເສດຖະກິດ. ໃນປີ 2021 ປະເທດ ໂດມິນິກ ມີປະຊາກອນປະມານ 72 ພັນກວ່າຄົນ, ປະທານາທິບໍດີ ເປັນປະມຸກລັດ, ມີນາຍົກລັດຖະມົນຕີ ເປັນຫົວຫນ້າລັດຖະບານ ແລະ ມີການເລືອກຕັ້ງໃນທຸກໆ 05 ປີ.

   ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ແມ່ນເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ອັນສະເໝີຕົ້ນສະເໝີປາຍ ຂອງ ສປປລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດ ກັບ 146 ປະເທດ ໃນທົ່ວໂລກ.