United Nations Welcome to the United Nations. It's your world.
  • العربية
  • 简体中文
  • English
  • Français
  • Русский
  • Español

ບົດປາໄສ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມພາກອະພິປາຍທົ່ວໄປ ຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 78

Saturday, 23 September 2023

ທ່ານ ປະທານ,

ກ່ອນອື່ນໝົດ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເດນນິສ ຟຣານຊິສ ທີ່ໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 78 ແລະ ຂໍອວຍພອນໃຫ້ທ່ານ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນຊົງກຽດຂອງທ່ານ.

ປັດຈຸບັນ, ປະຊາຄົມໂລກ ກຳລັງປະເຊີນກັບຫລາຍວິກິດການ ໃນລະດັບທີ່ພວກເຮົາບໍ່ເຄີຍປະສົບພົບພໍ້ມາກ່ອນ ລວມທັງຜົນກະທົບທີ່ຍັງສືບຕໍ່ມີຢູ່ ຈາກການລະບາດຂອງພະຍາດໂຄວິດ-19. ບັນດາປະເທດກຳລັງພັດທະນາ ພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ ນັບຕັ້ງແຕ່ ຄວາມທຸກຍາກທີ່ມີເພີ່ມຂຶ້ນ, ໜີ້ສິນຕໍ່ພາຍນອກ ແລະ ລະບົບການເງິນສາກົນ ທີ່ຂາດຄວາມຍຸຕິທຳ ໄປຈົນເຖິງ ໄພທຳມະຊາດທີ່ຮ້າຍແຮງເກີດຂຶ້ນຢູ່ຫຼາຍພາກພື້ນໃນໂລກ ໂດຍສະເພາະ ເຫດການໄພພິບັດທຳມະຊາດ ທີ່ເກີດຂຶ້ນຢູ່ ປະເທດ ມາຣົກ ແລະ ລີເບຍ ໃນເມື່ອບໍ່ດົນຜ່ານມານີ້. ຂ້າພະເຈົ້າ ຂໍຮ່ວມກັບບັນດາທ່ານ ສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈ ຕໍ່ປະຊາຊົນ ມາຣົກ ແລະ ລີເບຍ ທີ່ໄດ້ຮັບກະທົບ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ຄວາມຫຍຸ້ງຍາກທີ່ມີຢູ່ແລ້ວ ຍິ່ງເພີ້ມທະວີຂຶ້ນ ອັນເກີດຈາກຄວາມເຄັ່ງຕຶງໃນບາງພາກພື້ນ, ບັນດາມາດຕະການບີບບັງຄັບຝ່າຍດຽວ ແລະ ຂໍ້ຂັດແຍ່ງດ້ານພູມສາດການເມືອງ ທີ່ພວມແຜ່ລາມໃນໂລກ. ບັນດາສິ່ງທັງໝົດເຫຼົ່ານັ້ນ ບໍ່ພຽງແຕ່ກົດຫນ່ວງຄວາມຄືບໜ້າດ້ານການພັດທະນາທີ່ຍາດມາໄດ້ດ້ວຍຄວາມຍາກລຳບາກໃນຊຸມປີຜ່ານມາເທົ່ານັ້ນ, ແຕ່ຍັງກາຍເປັນໄພຂົ່ມຂູ່ ຕໍ່ການດຳລົງຄົງຕົວ ຂອງມວນມະນຸດຢູ່ໃນໂລກ.

ໃນທ່າມກາງສະພາບການທີ່ມີຄວາມອ່ອນໄຫວຄືດັ່ງກ່າວ, ຈິ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງມີວິທີການແກ້ໄຂບັນຫາອັນແທດເໝາະທີ່ສຸດ ເພື່ອສາມາດຮັບມືກັບບັນດາສິ່ງທ້າທາຍເຫຼົ່ານັ້ນ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ປະຊາຄົມໂລກ ເພີ້ມທະວີຄວາມພະຍາຍາມຮ່ວມກັນ ແລະ ຍົກສູງຄວາມເປັນເອກະພາບ ບົນພື້ນຖານຫຼັກການທີ່ກໍານົດ ໃນກົດບັດ ສປຊ ແລະ ພວກເຮົາຈໍາເປັນຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ຂອບການຮ່ວມມືຫຼາຍຝ່າຍ ເພື່ອສາມາດແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ. ເພື່ອປົກປັກຮັກສາໂລກຂອງພວກເຮົາ ຈາກໄພພິບັດທີ່ອາດຈະເກີດຂຶ້ນຢ່າງຕໍ່ເນື່ອງ, ຍິ່ງມີຄວາມຈຳເປັນ ທີ່ຕ້ອງຮ່ວມກັນສຸມທຸກສະຕິປັນຍາ ແລະ ຍົກສູງຄວາມຕັດສິນໃຈທາງການເມືອງທີ່ເປັນເອກະພາບກັນ. ເພື່ອບັນລຸເປົ້າຫມາຍດັ່ງກ່າວ, ມີຄວາມຈໍາເປັນຕ້ອງປະຖິ້ມຜົນປະໂຫຍດຝ່າຍດຽວ, ເດັດດ່ຽວຫຼີກເວັ້ນການປະເຊີນໜ້າກັນ ແລະ ບໍ່ໃຫ້ການແບ່ງແຍກ ລະຫວ່າງ ບັນດາປະເທດສະມາຊິກ ອົງການ ສປຊ ແຜ່ລາມອອກໄປຫລາຍກວ່ານີ້.

ບົນຈິດໃຈດັ່ງກ່າວ, ອົງການ ສປຊ ຕ້ອງໄດ້ຮັບການປະຕິຮູບ ເພື່ອໃຫ້ສາມາດປະຕິບັດພາລະບົດບາດຂອງຕົນໄດ້ຢ່າງມີປະສິດທິຜົນສູງ. ພວກເຮົາ ຮຽກຮ້ອງຕ້ອງການໃຫ້ ອົງການ ສປຊ ມີຄວາມສອດຄ່ອງ ແລະ ສາມາດປະຕິບັດຫນ້າທີ່ໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ ໃນທ່າມກາງສະພາບພູມສາດການເມືອງໂລກທີ່ພວມປ່ຽນແປງຢ່າງໄວວາ, ສາມາດແກ້ໄຂບັນດາສິ່ງທ້າທາຍທີ່ເປັນໄພຂົ່ມຂູ່ ຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການພັດທະນາແບບຍືນຍົງ. ຂ້າພະເຈົ້າເຊື່ອຫມັ້ນວ່າ ໃນສະພາບປັດຈຸບັນ ພວກເຮົາມີຄວາມພ້ອມຫລາຍຂຶ້ນກວ່າເກົ່າ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນໂລກ ເຊິ່ງໃນນັ້ນ ລວມທັງ ຄວາມກ້າວຫນ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃຫມ່. ເຖິງຢ່າງໃດກໍຕາມ, ຖ້າປາສະຈາກຄວາມມຸ້ງຫວັງຫນຶ່ງດຽວກັນ, ຄວາມຮັບຜິດຊອບ ແລະ ການເຮັດວຽກຮ່ວມກັນຂອງພວກເຮົາ, ປະຊາຊົນ ທີ່ຕົກຢູ່ໃນຄວາມສ່ຽງສູງທີ່ສຸດກວ່າຫມູ່ໃນໂລກ ກໍຈະສືບຕໍ່ຖືກປ່ອຍປະລະເລີຍ.  

ທ່ານ ປະທານ,

ການແກ້ໄຂຂໍ້ຂັດແຍ່ງ ແລະ ຂໍ້ພິພາດຕ່າງໆໃນໂລກ ດ້ວຍສັນຕິວິທີ ເປັນວິທີທາງພຽງຫນຶ່ງດຽວ ໃນການຮັບປະກັນ ການຢູ່ຮ່ວມກັນໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບ ໃຫ້ຍືນຍາວ. ດ້ວຍເຫດນີ້, ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ຢຸດຕິ ຂໍ້ຂັດແຍ່ງຢູ່ ອູກຣາອິນ ທັນທີ ໂດຍຜ່ານການເຈລະຈາດ້ວຍສັນຕິວິທີ ຫລື ຖ້າຫາກບໍ່ດັ່ງນັ້ນ ພວກເຮົາຍັງຈະສືບຕໍ່ໄດ້ຮັບຜົນກະທົບ. ພ້ອມກັນນີ້,​ ພວກຂ້າພະເຈົ້າ ກໍຮຽກຮ້ອງໃຫ້ແກ້ໄຂບັນຫາ ຕາເວັນອອກກາງ ດ້ວຍສັນຕິວິທີ. ສປປ ລາວ ຊຸກຍູ້ໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ກັບຄືນສູ່ຂະບວນການເຈລະຈາ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ໃນການແກ້ໄຂບັນຫາ ປາແລັສຕິນ ທີ່ແກ່ຍາວມາເປັນໄລຍະເວລາດົນນານ ໂດຍຜ່ານການສ້າງຕັ້ງ 2 ລັດເອກະລາດ ທີ່ຢູ່ຮ່ວມກັນໂດຍສັນຕິ ອີງຕາມຍັດຕິທີ່ກ່ຽວຂ້ອງຂອງ ອົງການ ສປຊ. ເຊັ່ນດຽວກັນກັບຫຼາຍປະເທດ, ສປປ ລາວ ເຊື່ອຫມັ້ນວ່າ ລັດທິຝ່າຍດຽວ ໂດຍສະເພາະ ມາດຕະການບີບບັງຄັບຝ່າຍດຽວ ບໍ່ພຽງແຕ່ຂັດກັບຫຼັກການຂອງ ກົດບັດ ສປຊ ແລະ ກົດ ໝາຍສາກົນເທົ່ານັ້ນ, ແຕ່ຍັງກໍ່ໃຫ້ເກີດຜົນກະທົບຢ່າງຮ້າຍແຮງ ຕໍ່ປະຊາຊົນຜູ້ບໍລິສຸດໃນໂລກ ແລະ ກີດຂວາງການພັດທະນາຂອງບັນດາປະເທດກໍາລັງພັດທະນາ. ຕໍ່ຫນ້າສະພາບການດັ່ງກ່າວ, ສປປ ລາວ ພວກຂ້າພະເຈົ້າ ສືບຕໍ່ຮ່ວມກັບວົງຄະນາຍາດສາກົນ ຮຽກຮ້ອງໃຫ້ຍົກເລີກການຂວ້ຳບາດດ້ານເສດຖະກິດຕໍ່ ກູບາ ແລະ ຖອດຖອນ ກູບາ ອອກຈາກບັນຊີລາຍຊື່ ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ ພ້ອມທັງຢຸດຕິບັນດາມາດຕະການບີບບັງຄັບຝ່າຍດຽວ.

ທ່ານ ປະທານ,

ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໄດ້ດໍາເນີນມາເຖິງໄລຍະກາງສະໄໝ, ແຕ່ຫຼາຍປະເທດ ຍັງມີຄວາມຄືບໜ້າທີ່ຊັກຊ້າ. ສະນັ້ນ, ພວກເຮົາຕ້ອງສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຄວາມພະຍາຍາມຮ່ວມກັນໃຫ້ຫລາຍຂຶ້ນ, ເຊິ່ງລວມທັງ ການນໍາໃຊ້ຜົນສຳເລັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເລັ່ງລັດການພັດທະນາແບບຍືນຍົງ ແລະ ສ້າງແຮງພັກດັນອັນໃໝ່ ເພື່ອກະຕຸກຊຸກຍູ້ການເຕີບໂຕທີ່ຂັບເຄື່ອນດ້ວຍນະວັດຕະກຳ. ໃນກອງປະຊຸມສຸດຍອດຂອງ ກຸ່ມ 77 ແລະ ຈີນ ຈັດຂຶ້ນທີ່ ນະຄອນຫຼວງ ລາຮາວານ ໃນອາທິດຜ່ານມາ, ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງ ປະເທດກຳລັງພັດທະນາ ໄດ້ຢ້ຳຄືນວ່າ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ລວມທັງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໄດ້ກາຍເປັນພື້ນຖານສໍາຄັນ ໃນການແກ້ໄຂບັນດາສິ່ງທ້າທາຍໃນໂລກ ພ້ອມທັງ ເປັນກົນໄກຂັບເຄື່ອນການຫັນປ່ຽນ ເພື່ອເລັ່ງລັດຄວາມຄືບໜ້າໃນການບັນລຸ ວາລະ 2030. ຕໍ່ຫນ້າສະພາບການດັ່ງກ່າວ, ລະບອບການຄຸ້ມຄອງສາກົນ ບົນພື້ນຖານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນສິ່ງຈຳເປັນ ເພື່ອຊອກຮູ້ບັນຫາ ແລະ ວິທີແກ້ໄຂທີ່ຊັດເຈນ ເພື່ອຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ, ການປົກປັກຮັກສາສິ່ງແວດ ລ້ອມ, ການຫຼຸດຜ່ອນຄວາມທຸກຍາກ ແລະ ແກ້ໄຂຄວາມບໍ່ສະເໝີພາບ ຢ່າງມີປະສິດທິພາບ.

ຄຽງຄູ່ກັນນັ້ນ, ເພື່ອເພີ່ມທະວີການຈັດຕັ້ງປະຕິບັດ ປພຍ, ລະບົບການພັດທະນາຂອງອົງການ ສປຊ, ຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນສາກົນ ຕ້ອງຮ່ວມກັນປະຕິບັດວຽກງານ ຢ່າງມີການປະສານງານກັນຫລາຍກ່ວາເກົ່າ. ລະບົບການພັດທະນາຂອງ ອົງການ ສປຊ ໃນທຸກລະດັບ ຕ້ອງມີບົດບາດສໍາຄັນ ໃນການລະດົມຂົນຂວາຍຊັບພະຍາກອນ ແລະ ເຮັດຫນ້າທີ່ປະສານງານ, ລວມທັງ ສະໜັບສະໜູນປະເທດທີ່ມີສະພາບເງື່ອນໄຂພິເສດ ເປັນຕົ້ນ ປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ, ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ ເພື່ອແກ້ໄຂບັນດາສິ່ງທ້າທາຍສະເພາະ ຂອງປະເທດເຫຼົ່ານັ້ນ.

ດັ່ງທີ່ເຫັນໄດ້ຢ່າງຈະແຈ້ງວ່າ ໜຶ່ງໃນອຸປະສັກອັນຕົ້ນຕໍທີ່ກີດຂວາງການຈັດຕັ້ງປະຕິບັດ ປພຍ ແມ່ນການສະໜອງທຶນຮອນທີ່ບໍ່ພຽງພໍ. ຂ້າພະເຈົ້າ ຂໍຍົກຕົວຢ່າງຄໍາຮຽກຮ້ອງຂອງ ທ່ານ ອັນໂຕນິໂອ ກູເຕເຣສ, ເລຂາທິການໃຫຍ່ ສປຊ ທີ່ເວົ້າວ່າ “ລະບົບການເງິນສາກົນ ຂາດຄວາມຍຸຕິທໍາ, ບົກພ່ອງດ້ານສິນທໍາ ແລະ ຮັບໃຊ້ຜົນປະໂຫຍດສະເພາະສໍາລັບປະເທດທີ່ຮັ່ງມີ”. ສິ່ງດັ່ງກ່າວ ແມ່ນສັນຍານຊີ້ບອກທີ່ຊັດເຈນວ່າ ການປະຕິຮູບໂຄງສ້າງທາງດ້ານການເງິນສາກົນ ຖືເປັນວຽກງານທີ່ຮີບດ່ວນ ແລະ ແກ່ຍາວມາດົນແລ້ວ ເຊິ່ງຈະບໍ່ສາມາດເຮັດສໍາເລັດໄດ້ ຖ້າຫາກປາສະຈາກການເພີ້ມທະວີບົດບາດການມີສ່ວນຮ່ວມຂອງ ບັນດາປະເທດກໍາລັງພັດທະນາ ຢູ່ໃນຂະບວນການຕັດສິນບັນຫາທາງດ້ານເສດຖະກິດສາກົນ, ການກໍານົດລະບຽບການ ແລະ ການຄຸ້ມຄອງເສດຖະກິດໂລກ ແນໃສ່ດັດປັບໃຫ້ໄປຕາມສະພາບເສດຖະກິດສາກົນທີ່ມີການປ່ຽນແປງຕະຫລອດເວລາ.

ທ່ານ ປະທານ,

ເປົ້າໝາຍການພັດທະນາແບບຍືນຍົງ  ບໍ່ພຽງແຕ່ເປັນເປົ້າໝາຍດ້ານການພັດທະນາຂອງສາກົນເທົ່ານັ້ນ. ສໍາລັບ ສປປ ລາວ, ປພຍ ແມ່ນຄວາມໝາຍໝັ້ນໃນລະດັບຊາດ. ນອກຈາກ 17 ເປົ້າໝາຍຂອງສາກົນແລ້ວ, ສປປ ລາວ ຍັງມີ ປພຍ 18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ)” ເປັນເປົ້າຫມາຍແຫ່ງຊາດ.​ ເຖິງແມ່ນວ່າ ບັນດາຕົວຊີ້ບອກຂອງ ປພຍ ໄດ້ມີຄວາມຄືບໜ້າໃນຫຼາຍລະດັບທີ່ແຕກຕ່າງກັນ ແຕ່ບັນຫາ ລບຕ ຍັງສືບຕໍ່ເປັນເປັນໄພຂົ່ມຂູ່ໃນການພັດທະນາປະເທດ ແລະ ເປັນສິ່ງກີດຂວາງການປະຕິບັດ ປພຍ ອື່ນໆ ນໍາອີກ. ສະນັ້ນ,​ ພວກຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ເພື່ອສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາທີ່ແກ່ຍາວມາດົນນານ ແລະ ມີຄວາມທ້າທາຍສູງຄືດັ່ງກ່າວ.

 ສຳລັບ ປພຍ ອື່ນໆ, ການເຊື່ອມສານບັນດາຕົວຊີ້ວັດ ປພຍ ເຂົ້າໃນຍຸດທະສາດແຫ່ງຊາດຂອງ ສປປ ລາວ ສະແດງໃຫ້ເຫັນ ເຖິງຄວາມຕັ້ງໃຈອັນໜັກແໜ້ນຂອງພວກເຮົາ. ເຖິງແມ່ນວ່າພວກເຮົາ ໄດ້ນໍາໃຊ້ທຸກຄວາມພະຍາຍາມໃນການຈັດຕັ້ງປະຕິບັດ, ແຕ່ຄວາມຄືບໜ້າ ແມ່ນບໍ່ເປັນໄປຕາມຄາດໝາຍ ເນື່ອງຈາກຍັງມີຫຼາຍ ປພຍ ມີຄວາມຄືບໜ້າຊ້າ ຫຼື ຖົດຖອຍ. ປັດຈຸບັນ, ລັດຖະບານແຫ່ງ ສປປ ລາວ ພວມດໍາເນີນຂະບວນການກະກຽມບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບທີ 3 ເຊິ່ງຈະສຸມໃສ່ ການວິໄຈສະພາບ ແລະ ຕິດຕາມຄວາມຄືບໜ້າຂອງ ປພຍ ສະເພາະຈໍານວນໜຶ່ງ ເພື່ອໄຈ້ແຍກໃຫ້ເຫັນວ່າ ປພຍ ໃດທີ່ຍັງຕ້ອງເພີ້ມຄວາມເອົາໃຈໃສ່ ແລະ ການສະໜັບສະໜູນທີ່ເພີ່ມຂຶ້ນ. ສປປ ລາວ ຈະນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈດັ່ງກ່າວຕໍ່ ກອງປະຊຸມເວທີການເມືອງລະດັບສູງ ປະຈໍາປີ 2024. ພ້ອມກັນນັ້ນ,ລັດຖະບານ ສປປ ລາວ ຍັງໄດ້ອອກມາດຕະການທີ່ຈໍາເປັນ ລວມທັງ ການສ້າງຍຸດທະສາດວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ໂດຍພາຍໃຕ້ຂອບການສະໜອງທຶນແຫ່ງຊາດແບບປະສົມປະສານ, ແນໃສ່ເຮັດໃຫ້ໂຄງສ້າງການສະໜອງທຶນແຫ່ງຊາດມີຄວາມເຂັ້ມແຂງກວ່າເກົ່າ ພ້ອມທັງສ້າງກາລະໂອກາດ ໃນການຕອບສະໜອງຕໍ່ຄວາມຕ້ອງການທາງດ້ານງົບປະມານ. ໃນຄວາມພະຍາຍາມເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ພວກເຮົາຈະຮັບຮອງເອົາຍຸດທະສາດແຫ່ງຊາດ ເພື່ອການຂ້າມຜ່ານຢ່າງໂລ່ງລ່ຽນ ເຊິ່ງຈະຖືເປັນເຄື່ອງມືທີ່ຈະຊ່ວຍໃຫ້ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນທີ່ກ່ຽວຂອງ ສຸມຄວາມເອົາໃຈໃສ່ຕໍ່ກັບບຸລິມະສິດດ້ານການພັດທະນາຂອງ ສປປ ລາວ, ການແກ້ໄຂຄວາມຕ້ອງການທີ່ຈໍາເປັນທີ່ສຸດ ແລະ ສິ່ງທ້າທາຍຕ່າງໆ ທີ່ອາດຈະກະທົບຕໍ່ຂະບວນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.

ທ່ານ ປະທານ,

ສປປ ລາວ ເປັນປະເທດໜຶ່ງທີ່ມີແຫຼ່ງຊັບພະຍາກອນທໍາມະຊາດອຸດົມສົມບູນ, ພ້ອມດ້ວຍຊີວະນາໆທີ່ມີຄວາມຫລາກຫລາຍ ແລະ ຊັບພະຍາກອນນໍ້າ ທີ່ເປັນທ່າແຮງສຳລັບການພັດທະນາພະລັງງານທົດແທນ ແລະ ການລົງທຶນ ເຂົ້າໃນວຽກງານດູດຊຶມ ແລະ ກັກເກັບທາດກາກບອນ ເຊິ່ງສາມາດເຮັດໃຫ້ປະເທດ ມີທ່າແຮງສໍາຄັນດ້ານການພັດທະນາ. ບົນຈິດໃຈດັ່ງກ່າວ, ພວກຂ້າພະເຈົ້າ ຈິ່ງເຫັນໄດ້ ບົດບາດສໍາຄັນຂອງ ວິທະຍາສາດ,​ ເຕັກໂນໂລຊີ ແລະ ນະວັດຕະກໍາ ໃນການຊຸກຍູ້ວາລະດ້ານການພັດທະນາຂອງປະເທດ ເພື່ອສົ່ງເສີມການເຕີບໂຕສີຂຽວ ແລະ ທົ່ວເຖິງ, ຫັນສູ່ເສດຖະກິດ ດິຈິຕອນ ຫຼາຍກວ່າເສດຖະກິດທີ່ເອື່ອຍອີງໃສ່ຊັບພະຍາກອນ ແນໃສ່ເພີ່ມທະວີການນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງຍິ່ງຂຶ້ນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງໄດ້ຮັບຮອງເອົາ ຍຸດທະສາດ ແລະ ວິໄສທັດ ເພື່ອການພັດທະນາເສດຖະກິດ ດິຈິຕອນແຫ່ງຊາດ. ເຖິງແມ່ນວ່າ ສປປ ລາວ ຈະເປັນໜຶ່ງໃນບັນດາປະເທດທີ່ປ່ອຍມົນລະພິດໃນປະລິມານໜ້ອຍທີ່ສຸດ ໃນໂລກ,  ແຕ່ພວກເຮົາ ຊໍ້າພັດໄດ້ຮັບຜົນກະທົບທີ່ຮ້າຍແຮງຈາກການປ່ຽນແປງດິນຟ້າອາກາດ ຄືກັບຫຼາຍປະເທດ. ເຖິງຢ່າງໃດກໍ່ຕາມ, ພວກເຮົາມີຄວາມໝາຍໝັ້ນຢ່າງແຮງກ້າ ໃນການປະຕິບັດພັນທະສາກົນ ຕໍ່ການປ່ຽນແປງດິນຟ້າອາກາດ. ລັດຖະບານ ລາວ ໄດ້ຮັບຮອງເອົາຍຸດທະສາດແຫ່ງຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ, ແຕ່ເພື່ອຮັບປະກັນການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວໄດ້ຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ຈຶ່ງຈຳເປັນ ຕ້ອງມີທຶນຮອນທີ່ພຽງພໍ ແລະ ການສະໜັບສະໜູນດ້ານເຕັກນິກວິຊາການ ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງທຶນເພື່ອແກ້ໄຂການປ່ຽນແປງດິນຟ້າອາກາດ ແລະ ແຫຼ່ງທຶນອື່ນໆ ເຊິ່ງຈະເປັນການສະໜັບສະໜູນ ບັນດາປະເທດກຳລັງພັດທະນາໄດ້ເປັນຢ່າງດີ. ສປປ ລາວ ຮຽກຮ້ອງໃຫ້ປະຕິບັດຄຳໝາຍໝັ້ນໃນລະດັບສາກົນໃຫ້ສຳເລັດຜົນ ໂດຍສະເພາະ ການສະໜອງທຶນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໃຫ້ໄດ້ຈຳນວນ 100 ຕື້ໂດລາ ສະຫະລັດ ຕໍ່ປີ ໃຫ້ແກ່ບັນດາປະເທດທີ່ມີຄວາມຈຳເປັນທີ່ສຸດ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ຜົນຂອງກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ປີ 2023 ນີ້ ຈະສ້າງພື້ນຖານໃຫ້ແກ່ການປະຕິບັດທີ່ເປັນຮູບປະທໍາ ໃນໄລຍະກ້າວສູ່ ກອງປະຊຸມບັນດາລັດພາຄີຂອງ ສົນທິສັນຍາ ອົງການ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາການ ຄັ້ງທີ 28 (COP28).

ທ່ານ ປະ​ທານ,

ປີນີ້ ແມ່ນ​ຄົບ​ຮອບ 56 ປີ ແຫ່ງ​ການ​ສ້າງ​ຕັ້ງປະຊາ​ຄົມ​ບັນ​ດາ​ປະ​ຊາ​ຊາດ ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (ອາ​ຊຽນ). ອາ​ຊຽນ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ລະ​ຫວ່າງ​ລັດ​ຖະ​ບານ ເພື່ອ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ທີ່ເວ​ລາ​ໃດ​ກໍ​ໄດ້​ຢຶດ​ຫມັ້ນ​ຕໍ່​ການ​ຮ່ວມ​ມື​ພາກ​ພື້ນ ແລະ ການ​ຮ່ວມ​ມື​ຫລາຍ​ຝ່າຍ, ທັງ​ມີບົດ​ບາດ​ເປັນ​ແກນ​ກາງ ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ສົ່ງ​ເສີມ ສັນ​ຕິ​ພາບ, ຄວາມ​ຫມັ້ນ​ຄົງ ແລະ ການ​ພັດ​ທະ​ນາ ໃນ​ພາກ​ພື້ນ. ອາ​ຊຽນ ມີ​ຄວາມ​ຫມາຍ​ຫມັ້ນ ເພື່ອສືບ​ຕໍ່ການສ້າງ​ປະ​ຊາ​ຄົມ​ ອາ​ຊຽນ​ໃຫ້​ເຂັ້ມ​ແຂງ ພ້ອມ​ທັງ​ສົ່ງ​ເສີມ​ຄວາມ​ເປັນ​ເອກ​ກະ​ພາບ ແລະ ຄວາມ​ເປັນ​ແກນ​ກາງ​ຂອງ​ ອາ​ຊຽນ ໃນ​ການພົວ​ພັນ ແລະ ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ ໂດຍ​ຜ່ານບັນ​ດາ​ກົນ​ໄກ​ທີ່ ​ອາ​ຊຽນ ​ເປັນ​ຜູ້​ນຳ​ພາ ແນ​ໃສ່ສົ່ງ​ເສີມ​ສະ​ພາບ​ແວດອ​ອ້ມ ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່ ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ກ້າວ​ຫນ້າ ໃນ​ພາກ​ພື້ນ ແລະ ໃນ​ໂລກ. ສ​ປ​ປ ລາວ ຈະເຮັດຫນ້າທີ່​ເປັນ​ປະ​ທານ​ອາ​ຊຽນ ໃນ​ປີ 2024 ພາຍ​ໃຕ້ ຄຳ​ຂວັນ “ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ ແລະ ຄວາມ​ເຂັ້ມ​ແຂງ ​ໃຫ້ແກ່ ອາ​ຊຽນ”. ສ​ປ​ປ ລາວ ຈະເສີມ​ຂະ​ຫຍາຍ ບັນ​ດາ​ຜົນ​ສຳ​ເລັດ​ຂອງ ​ອາ​ຊຽນ ​ເພື່ອສືບ​ຕໍ່​ສ້າງປະ​ຊາ​ຄົມ ​ອາ​ຊຽນ ໃຫ້​ເຂັ້ມ​ແຂງ ແລະ ເຮັດ​ແຫນ້ນ​ການ​ພົວ​ພັນ​ກັບ​ພາຍນອກ​ ແນ​ໃສ່​ເຮັດ​ໃຫ້​ພາກ​ພື້ນນີ້ ມີ​ການ​ເຊື່ອມ​ຈອດ ແລະ ເຂັ້ມ​ແຂງຂຶ້ນກວ່າ​ເກົ່າ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍຢ້ຳຄືນ ຄວາມໝາຍໝັ້ນອັນແຮງກ້າ ຂອງ ສປປ ລາວ ຕໍ່ຂອບການຮ່ວມມືຫຼາຍຝ່າຍ ໂດຍຖືເອົາ ອົງການ ສປຊ ເປັນໃຈກາງ ພ້ອມທັງຢ້ຳຄືນຄວາມຕັດສິນໃຈອັນໜັກແໜ້ນ ໃນການຊຸກຍູ້ການຈັດຕັ້ງປະຕິບັດ ສາມເສົາຄ້ຳ ຂອງການພັດທະນາແບບຍືນຍົງ ຄື: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຄືບໜ້າເພື່ອເຮັດໃຫ້ ພວກເຮົາ ພ້ອມກັນກ້າວໄປ.

ຂໍຂອບໃຈ!