- ທ່ານປະທານ;
- ພະນະທ່ານ;
- ທ່ານ ຍິງ - ທ່ານຊາຍ.
ກ່ອນອື່ນຫມົດ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ຟີເລມອນ ຢາງ ທີ່ໄດ້ຮັບເລືອກຕັ້ງເປັນ ປະທານສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍປະສົບການທາງການທູດອັນອຸດົມຮັ່ງມີ, ພະນະທ່ານຈະສາມາດນໍາພາ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງນີ້ ໃຫ້ມີຜົນສໍາເລັດອັນຈົບງາມ ຕາມຄໍາຂວັນ: “ພ້ອມກັນກ້າວໄປ; ພ້ອມກັນລົງມືປະຕິບັດວຽກງານ ເພື່ອຄວາມກ້າວໜ້າໃນການສົ່ງເສີມສັນຕິພາບ, ການພັດທະນາແບບຍືນຍົງ ແລະ ກຽດສັກສີຂອງມະນຸດ ສໍາລັບຄົນຮຸ່ນປັດຈຸບັນ ແລະ ໃນອະນາຄົດ”, ເຊິ່ງເປັນຫົວຂໍ້ທີ່ສໍາຄັນ ແລະ ແທດ ເໝາະກັບສະພາບການຂອງໂລກໃນປັດຈຸບັນ. ພ້ອມດຽວກັນນີ້, ຂ້າພະເຈົ້າ ຂໍຊົມເຊີຍພະນະທ່ານ ເດນີສ ຟຣານຊິສ ທີ່ໄດ້ປະຕິບັດໜ້າທີ່ ປະທານກອງປະຊຸມສະມັດຊາໃຫຍ່ ສະໄໝຜ່ານມາ ດ້ວຍຜົນສໍາເລັດອັນຈົບງາມ.
ທ່ານປະທານ,
ໃນປັດຈຸບັນ, ວົງຄະນາຍາດສາກົນພວມປະເຊີນກັບສິ່ງທ້າທາຍຫລາຍຢ່າງ ທີ່ເກີດຂຶ້ນຢູ່ໃນພາກພື້ນຕ່າງໆຂອງໂລກ ເປັນຕົ້ນແມ່ນ ຄວາມເຄັ່ງຕຶງດ້ານພູມສາດການເມືອງ, ການປະທະກັນດ້ວຍກໍາລັງອາວຸດ, ວິກິດການດ້ານເສດຖະກິດ ແລະ ການເງິນ, ໄພພິບັດທໍາມະຊາດເກີດຂຶ້ນຢ່າງລຽນຕິດ ເເລະ ມີຄວາມຮຸນເເຮງຫຼາຍຂຶ້ນ ອັນເກີດຈາກການປ່ຽນແປງຂອງດິນຟ້າອາກາດ, ຄວາມທຸກຍາກທີ່ເພີ່ມຂຶ້ນ ແລະ ຄວາມບໍ່ສະຫງົບທາງສັງຄົມ ທີ່ພວມແຜ່ລາມໃນທົ່ວໂລກ ແລະ ອື່ນໆ. ທັງຫມົດເຫຼົ່ານີ້, ໄດ້ສືບຕໍ່ເປັນໄພຂົ່ມຂູ່ຕໍ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງສາກົນ. ພ້ອມທັງເປັນອຸປະສັກ ກີດຂວາງການພັດທະນາຂອງບັນດາປະເທດ, ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ບໍ່ສາມາດບັນລຸໄດ້ຕາມຄາດຫມາຍ ພ້ອມທັງຍັງເຮັດໃຫ້ສະພາບເສດຖະກິດ ແລະ ການເງິນຂອງຫລາຍປະເທດ ທີ່ຍັງບໍ່ທັນຟື້ນຕົວຈາກຜົນກະທົບຂອງການລະບາດຂອງ ພະຍາດໂຄວິດ-19 ສືບຕໍ່ໄດ້ຮັບຜົນກະທົບຮຸນແຮງກວ່າເກົ່າ. ຕໍ່ໜ້າສະພາບການດັ່ງກ່າວ, ຂ້າພະເຈົ້າເຫັນວ່າ ບັນດາປະເທດສະມາຊິກອົງການສະຫະປະຊາຊາດ ໄດ້ມີຄວາມພະຍາຍາມ ເພື່ອເພີ້ມທະວີການຮ່ວມມື ທັງໃນຂອບຫຼາຍຝ່າຍ ໂດຍຜ່ານກົນໄກພາກພື້ນຕ່າງໆ ເພື່ອພ້ອມກັນແກ້ໄຂບັນຫາເຄັ່ງຮ້ອນຕ່າງໆທີ່ພວມເກີດຂຶ້ນ, ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາສັນຕິພາບ ທີ່ເປັນພື້ນຖານຈໍາເປັນທີ່ສຸດ ແກ່ການພັດທະນາແບບຍືນຍົງ.
ເຖິງຢ່າງໃດກໍ່ຕາມ, ບັນດາສິ່ງທ້າທາຍທີ່ພວກເຮົາພວມປະເຊີນຢູ່ໃນປັດຈຸບັນ ແມ່ນມີຄວາມບອບບາງຫລາຍຂຶ້ນກວ່າແຕ່ກ່ອນ ແລະ ອາດນໍາໄປສູ່ວິກິດການທີ່ຮ້າຍແຮງກວ່າເກົ່າ ທັງມີຜົນກະທົບໂດຍກົງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນໃນປະຈຸບັນ ແລະ ຕໍ່ໜ້າ, ໂດຍສະເພາະຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ທີ່ມີການປະເຊີນຫນ້າກັນຫລາຍຂຶ້ນ ທີ່ພວມແຜ່ລາມ ແລະ ຄວາມແຕກແຍກທີ່ພາໃຫ້ມີຊ່ອງວ່າງຫລາຍຂຶ້ນ, ເຊິ່ງທັງຫມົດແມ່ນມີຄວາມຈໍາເປັນຮີບດ່ວນ ທີ່ຕ້ອງໄດ້ຮັບການແກ້ໄຂໂດຍໄວ ລວມທັງຂໍ້ຂັດແຍ່ງທີ່ສືບຕໍ່ແກ່ຍາວ ຢູ່ໃນເຂດ ກາຊາ, ອູແກຣນ ແລະ ຫລາຍປະເທດໃນອາຟຣິກາ.
ສປປ ລາວ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ການປະທະກັນດ້ານອາວຸດ ທີ່ມີທ່າອ່ຽງຈະແຜ່ລາມໃນພາກພື້ນຕາເວັນອອກກາງ, ອັນນຳໄປສູ່ວິກິດການດ້ານມະນຸດສະທໍາຕໍ່ປະຊາຊົນຜູ້ບໍລິສຸດ. ສະນັ້ນ, ພວກຂ້າພະເຈົ້າ ສະຫນັບສະຫນູນຢ່າງສະເໝີຕົ້ນສະເໝີປາຍ ທຸກຄວາມພະຍາຍາມຂອງສາກົນ ເພື່ອນໍາໄປສູ່ການຢຸດຍິງແບບຖາວອນ ແລະ ຢຸດຕິຄວາມຮຸນແຮງໃນທຸກຮູບແບບຢູ່ໃນ ກາຊາ ແລະ ເຂດໃກ້ຄຽງ, ອັນເປັນເງື່ອນໄຂພື້ນຖານ ເພື່ອເຮັດໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາ ສາມາດເຂົ້າເຖິງປະຊາຊົນໄດ້ຢ່າງປອດໄພ ແລະ ບໍ່ຖືກກີດກັ້ນ ພ້ອມທັງນໍາໄປສູ່ການເຈລະຈາສັນຕິພາບໂດຍໄວ. ສປປ ລາວ ຂໍຢ້ຳຄືນການສະຫນັບສະຫນູນຂອງຕົນ ໃນການແກ້ໄຂບັນຫາ ປາແລັສຕິນ-ອິດສະຣາແອນ ແບບສອງລັດເອກະລາດ ທີ່ຢູ່ຮ່ວມກັນໂດຍສັນຕິ ຕາມຍັດຕິທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ ແລະ ຮຽກຮ້ອງໃຫ້ມີການເຄົາລົບສິດທິອັນຊອບທໍາຂອງປະຊາຊົນ ປາແລັສຕິນ ເພື່ອສ້າງທຸກເງື່ອນໄຂໃຫ້ ປາແລັສຕິນ ສາມາດເຂົ້າເປັນສະມາຊິກ ຂອງອົງການສະຫະປະຊາຊາດ ໄດ້ຢ່າງເຕັມສ່ວນ.
ທ່ານປະທານ,
ຫລາຍປະເທດໃນໂລກ ລວມທັງ ສປປ ລາວ ໄດ້ມີບົດຮຽນຜ່ານມາແລ້ວ ແລະ ຮັບຮູ້ຢ່າງຈະແຈ້ງວ່າ ຜົນກະທົບຂອງສົງຄາມ ແລະ ການແກ້ໄຂບັນຫາດ້ວຍກໍາລັງອາວຸດ ເຊິ່ງເປັນໄພຂົ່ມຂູ່ໂດຍກົງຕໍ່ ສັນຕິພາບ ແລະ ຄວາມໝັ້ນຄົງ ພ້ອມທັງສ້າງຜົນເສຍຫາຍໃນລະດັບທີ່ບໍ່ອາດຄາດຄະເນໄດ້ຕໍ່ປະຊາຊົນຜູ້ບໍລິສຸດ. ສະນັ້ນ, ວິທີທາງດຽວທີ່ຈະສາມາດຮ່ວມກັນແກ້ໄຂຂໍ້ຂັດແຍ່ງໃນທຸກລະດັບ ແລະ ນໍາໄປສູ່ສັນຕິພາບແບບຍືນຍົງ ແມ່ນເລີ່ມຕົ້ນຈາກ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໄປຄຽງຄູ່ກັບການເຈລະຈາທາງການທູດ ບົນພື້ນຖານການເຄົາລົບອໍານາດອະທິປະໄຕ ແລະ ຢຶດໝັ້ນຕໍ່ບັນດາຫລັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດອົງການສະຫະປະຊາຊາດ.
ຂ້າພະເຈົ້າ ເຫັນວ່າ ວົງຄະນາຍາດສາກົນ ຕ້ອງພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ຄວາມ ໝາຍໝັ້ນທາງດ້ານການເມືອງ ທີ່ຫັນໄປສູ່ການປະຕິບັດໃຫ້ເປັນຮູບປະທໍາ, ບົນພື້ນຖານຫລັກການສາກົນ ເພື່ອພ້ອມກັນແກ້ໄຂບັນຫາຕ່າງໆ ກໍຄືສິ່ງທ້າທາຍໃຫມ່ທີ່ຈະເກີດຂຶ້ນໃນອະນາຄົດ. ພ້ອມກັນນັ້ນ, ພວກເຮົາຕ້ອງສືບຕໍ່ເພີ່ມທະວີການຮ່ວມມືເພື່ອການພັດທະນາ ແລະ ການເປັນຄູ່ຮ່ວມສາກົນເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ກໍຄືຜົນຂອງກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ທີ່ຜູ້ນຳໂລກຫາກໍໄດ້ຮັບຮອງເອົາ ບົນພື້ນຖານການສົ່ງເສີມຂອບການຮ່ວມມືຫລາຍຝ່າຍ ທີ່ມີອົງການສະຫະປະຊາຊາດ ເປັນໃຈກາງ ເພື່ອໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວົງຄະນາຍາດສາກົນ ໄດ້ຢ່າງແທດເໝາະ ແລະ ທັນການ.
ຂ້າພະເຈົ້າ ເຫັນວ່າ ການປະຕິບັດບັນດາມາດຕະການບີບບັງຄັບຝ່າຍດຽວ ແມ່ນຂັດກັບບັນດາຫຼັກການຂອງກົດບັດຂອງ ອົງການສະຫະປະຊາຊາດ ແລະ ກົດໝາຍສາກົນ, ເຊິ່ງໄດ້ສ້າງຜົນກະທົບຮ້າຍແຮງຕໍ່ປະຊາຊົນຜູ້ບໍລິສຸດ ທັງກີດຂວາງຂະບວນການພັດທະນາຢູ່ໃນຫຼາຍປະເທດ. ບົນຈິດໃຈດັ່ງກ່າວ, ພວກຂ້າພະເຈົ້າ ສືບຕໍ່ສະ ໜັບສະໜູນຂໍ້ຮຽກຮ້ອງຂອງວົງຄະນາຍາດສາກົນ ໃຫ້ຍົກເລີກການຂວໍ້າບາດດ້ານເສດຖະກິດຕໍ່ ກູບາ ພ້ອມທັງລຶບລາຍຊື່ປະເທດກູບາ ອອກຈາກບັນຊີ “ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ” ແລະ ຍົກເລີກບັນດາມາດຕະການບີບບັງຄັບຝ່າຍດຽວທັງໝົດ ຕໍ່ບັນດາປະເທດເອກະລາດ.
ທ່ານປະທານ,
ປີ 2024 ນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ແລະ ໄດ້ກຳນົດຄຳຂວັນສຳລັບການເປັນປະທານອາຊຽນ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແນໃສ່ ສ້າງອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາບຸລິມະສິດອາຊຽນ 2024 ແລະ ບັນດາຂໍ້ລິເລີ່ມຕ່າງໆ. ຄໍາຂັວນ ດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍຂອງ ສປປ ລາວໃນການຫັນປະເທດ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງອາຊຽນ ໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ ໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ຍັງສືບຕໍ່ ປະເຊີນກັບສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ, ທັງປະກອບສ່ວນເຂົ້າໃນພາລະກິດລວມຂອງວົງຄະນາຍາດສາກົນ ໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ກໍຄືການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.
ສິ່ງສຳຄັນ, ປີນີ້ ອາຊຽນ ກຳລັງສຸມໃສ່ສ້າງ ແຜນຍຸດທະສາດ ໃນແຕ່ລະດ້ານກໍ່ຄື ວິໄສທັດປະຊາຄົມອາຊຽນ 2045 ແນໃສ່ສ້າງອາຊຽນໃຫ້ເປັນ ປະຊາຄົມທີ່ມີຄວາມເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ຖືເອົາປະຊາຊົນເປັນໃຈກາງ ກໍ່ຄືການຈັດຕັ້ງປະຕິບັດ ວາລະແຫ່ງການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ. ນອກຈາກນີ້, ອາຊຽນຈະສືບຕໍ່ເລັ່ງລັດຂະບວນການເພື່ອຮັບເອົາຕີມໍແລດສະເຕເຂົ້າເປັນສະມາຊິກສົມບູນຂອງອາຊຽນໃນອະນາຄົດອັນໃກ້ນີ.
ສຳລັບບັນຫາມຽນມາ, ສປປ ລາວ ໃນນາມປະທານອາຊຽນ ໄດ້ສືບຕໍ່ຢຶດໝັ້ນໃນຄວາມໝາຍ ໝັ້ນຂອງອາຊຽນ ໃນການຊ່ວຍເຫຼືອ ມຽນມາ ແກ້ໄຂບັນຫາຂອງຕົນ ບົນພື້ນຖານຫຼັກການ ມຽນມາ-ນໍາພາ, ມຽນມາ-ເປັນເຈົ້າການ ໂດຍສຸມໃສ່ຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ. ສປປ ລາວ ຈະສືບຕໍ່ປຶກສາຫາລືກັບ ທຸກພາກສ່ວນທີ່ກ່ຽວຂ້ອງ ແນໃສ່ສ້າງສະພາບແວດລ້ອມໃຫ້ແກ່ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງດັ່ງກ່າວ ລວມທັງການປຶກສາຫາລືແຫ່ງຊາດໂດຍມີທຸກຝ່າຍເຂົ້າຮ່ວມ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ.
ທ່ານ ປະທານ,
ສປປ ລາວ ສືບຕໍ່ມີຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແນໃສ່ພັດທະນາເສດຖະກິດ-ສັງຄົມ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການຫຼຸດຜ່ອນຄວາມທຸກຍາກ. ໃນເດືອນກໍລະກົດທີ່ຜ່ານມາ, ສປປ ລາວ ໄດ້ນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 ຕໍ່ກອງປະຊຸມເວທີການເມືອງລະດັບສູງ ປະຈໍາປີ 2024, ເຊິ່ງໄດ້ຍົກໃຫ້ເຫັນວ່າ ພວກເຮົາ ມີຄວາມຄືບໜ້າຊ້າຫລາຍ ແລະ ຍັງບໍ່ສາມາດບັນລຸຕາມຄາດຫມາຍທີ່ວາງໄວ້. ໃນນັ້ນ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ມີຄວາມຄືບໜ້າໃນຫຼາຍລະດັບທີ່ແຕກຕ່າງກັນ ແຕ່ບັນຫາລະເບີດບໍ່ທັນແຕກ ຍັງເປັນເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນລາວ ແລະ ກີດຂວາງການພັດທະນາປະເທດ ກໍ່ຄືຄວາມຄືບໜ້າຂອງ ເປົ້າໝາຍການພັດທະນາແບບຍືນຍົງ ອື່ນໆອີກດ້ວຍ. ສະນັ້ນ, ພວກຂ້າພະເຈົ້າ ຈຶ່ງຂໍຖືໂອກາດນີ້ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ໃຫ້ເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອແກ້ໄຂບັນຫາທີ່ຍືດເຍື້ອຍາວນານ ແລະ ທ້າທາຍດັ່ງກ່າວ ຕາມສົນທິສັນຍາສາກົນ ວ່າດ້ວຍລະເບີດລູກຫວ່ານ.
ສປປ ລາວ ເຫັນວ່າ ໜຶ່ງໃນອຸປະສັກອັນຕົ້ນຕໍທີ່ກີດຂວາງການຈັດຕັ້ງປະຕິບັດບັນດາເປົ້າໝາຍ ພັດທະນາແບບຍືນຍົງ ແມ່ນການສະໜອງທຶນທີ່ຍັງບໍ່ພຽງພໍ. ດ້ວຍເຫດນີ້, ຈຶ່ງມີຄວາມຈຳເປັນຕ້ອງປະຕິຮູບໂຄງສ້າງທາງດ້ານການເງິນສາກົນຢ່າງຮີບດ່ວນ ໂດຍການປະສານສົມທົບກັນຂອງ ລະບົບການພັດທະນາຂອງອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນສາກົນ, ພ້ອມທັງ ສົ່ງເສີມບົດບາດການມີສ່ວນຮ່ວມຂອງບັນດາປະເທດກຳລັງພັດທະນາ ເຂົ້າໃນຂະບວນການຕັດສິນບັນຫາເສດຖະກິດສາກົນ, ການກຳນົດລະບຽບການ ແລະ ການຄຸ້ມຄອງເສດຖະກິດສາກົນ. ພ້ອມດຽວກັນນີ້, ກໍ່ເຫັນວ່າ ກົນໄກການພັດທະນາຂອງອົງການສະຫະປະຊາຊາດ ໃນທຸກລະດັບ ຕ້ອງເພີ່ມທະວີບົດບາດຂອງຕົນໃນການຮ່ວມມື ແລະ ສະໜັບສະໜູນປະເທດສະມາຊິກ ໂດຍສະເພາະປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ ເພື່ອແກ້ໄຂບັນດາສິ່ງທ້າທາຍສະເພາະຂອງປະເທດເຫຼົ່ານັ້ນ.
ປັດໄຈໜຶ່ງທີ່ສຳຄັນ ສາມາດເລັ່ງລັດການພັດທະນາຂອງປະເທດ ແມ່ນບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ ແລະ ນະວັດຕະກໍາ ເພື່ອສົ່ງເສີມການເຕີບໂຕສີຂຽວ ແລະ ຫັນສູ່ເສດຖະກິດດິຈິຕອນ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການລົງທຶນເຂົ້າໃນການດູດຊຶມ ແລະ ກັກເກັບກາກບອນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ອຳນວຍຄວາມສະດວກໃນການເຂົ້າເຖິງ ແລະ ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳທີ່ເຫມາະສົມ ເພື່ອຊຸກດັນຍູ້ແຮງການພັດທະນາແບບກ້າວກະໂດດ ລວມທັງສະຫນັບສະຫນູນການຈັດຕັ້ງປະຕິບັດຍຸດທະສາດ ແລະ ວິໄສທັດ ເພື່ອການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ.
ນອກຈາກນັ້ນ, ຂ້າພະເຈົ້າເຫັນວ່າ ປັດໄຈຕັດສິນອີກອັນໜຶ່ງແມ່ນຊັບພະຍາກອນມະນຸດ. ປັດຈຸບັນ, ປະຊາກອນເກືອບໜຶ່ງສ່ວນສາມຂອງຈໍານວນປະຊາກອນ ຂອງ ສປປ ລາວ ຢູ່ໃນເກນອາຍຸ 10 ຫາ 24 ປີ, ເຮັດໃຫ້ ສປປ ລາວ ເປັນປະເທດທີ່ມີປະຊາກອນໜຸ່ມຫຼາຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຕົວເລກດັ່ງກ່າວ ຈະສືບຕໍ່ເພີ່ມຂຶ້ນຕະຫຼອດໄລຍະເວລາ 10 ປີ ໃນຕໍ່ໜ້າ. ໃນຂະນະດຽວກັນ ປະຊາກອນໃນໄວເຮັດວຽກຄາດວ່າຈະເພີ່ມຂຶ້ນເປັນປະມານ 67 ສ່ວນຮ້ອຍ ຂອງປະຊາກອນທັງໝົດໃນປີ 2030. ລັດຖະບານ ລາວ ໄດ້ພະຍາຍາມລົງທຶນເຂົ້າໃນການພັດທະນາຊັບສິນດ້ານມະນຸດຂອງຕົນ ເພື່ອສ້າງຜົນປະໂຫຍດຈາກໂຄງປະກອບດ້ານປະຊາກອນ. ໃນນັ້ນ, ລັດຖະບານ ລາວ ໄດ້ຈັດກອງປະຊຸມສຸດຍອດວ່າດ້ວຍຊັບສິນດ້ານມະນຸດຂອງ ສປປ ລາວ ຄັ້ງທີ 1 ກ່ຽວກັບ ການສຶກສາ ໃນປີ 2023 ແລະ ຄັ້ງທີ 2 ກ່ຽວກັບ ໂພຊະນາການ ໃນກາງປີ 2024 ທີ່ຜ່ານມາ ເພື່ອແນ່ໃສ່ຍົກລະດັບຄຸນນະພາບການສຶກສາ, ການດູແລສຸຂະພາບຂັ້ນພື້ນຖານ ແລະໂພຊະນາການ ຂອງພົນລະເມືອງລາວ.
ສຳລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026. ຈາກການປະເມີນຮອບວຽນສາມປີຂອງ ຄະນະກໍາມະການດ້ານນະໂຍບາຍການພັດທະນາຂອງ ອົງການສະຫະປະຊາຊາດ ໃນປີ 2024, ສປປ ລາວ ຍັງສືບຕໍ່ຜ່ານເກນມາດຖານໄດ້ທັງ 3 ຕົວຊີ້ວັດເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2026. ແຕ່ໃນສະພາບປັດຈຸບັນ, ພວກຂ້າພະເຈົ້າ ເຫັນວ່າ ຍັງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ສຸມທຸກກຳລັງແຮງ ແລະ ຄວາມພະຍາຍາມຂອງຕົນ ປະເຊີນໜ້າກັບສິ່ງທ້າທາຍຈາກພາຍນອກ ແລະ ແກ້ໄຂ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ ຕ່າງໆຢູ່ພາຍໃນປະເທດ ແລະ ໄພພິບັດທາງທຳມະຊາດ ລວມທັງ ໄພນ້ຳຖ້ວມທີ່ເກີດຂຶ້ນໃນປະຈຸບັນ, ສືບຕໍ່ຮ່ວມມືກັບອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອເຮັດໃຫ້ ສປປ ລາວ ສາມາດຜ່ານຜ່າອຸປະສັກຕ່າງໆ ແລະ ສືບຕໍ່ພັດທະນາປະເທດໃນຈັ່ງຫວະທີ່ດີ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ທ່ານ ປະທານ,
ຂ້າພະເຈົ້າ ຂໍຖືືໂອກາດນີ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ກອງປະຊຸມສຸດຍອດ ວ່າດ້ວຍອະນາຄົດ ຊຶ່ງເຫັນໄດ້ການຢໍ້າຄືນຄວາມໝາຍໝັ້ນອັນແຮງກ້າຂອງບັນດາຜູ້ນຳໂລກ ເພື່ອສະໜັບສະໜູນຂອບການຮ່ວມມືຫຼາຍຝ່າຍ, ການປົກປັກຮັກສາສັນຕິພາບ ແລະ ສົ່ງເສີມການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍົງ ໂດຍຜ່ານການຮັບຮອງເອົາ “ຂໍ້ຕົກລົງເພື່ອອະນາຄົດ” ແນໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນໃນໂລກ ແລະ ສ້າງອະນາຄົດທີ່ດີກວ່າເພື່ອຄົນຮຸ້ນຫລັງ.
ໃນນັ້ນ, ແຜນງານ ດີຈີຕອນ (GDC) ກໍໄດ້ກໍານົດເປົ້າຫມາຍເພື່ອກໍາຈັດທຸກອຸປະສັກ ແລະ ເອື້ອອໍານວຍໃຫ້ແກ່ການຮ່ວມມືດ້ານ ດີຈີຕອນ ໃນລະດັບສາກົນ ພ້ອມທັງ ຮັບປະກັນຄວາມກ້າວໜ້າດ້ານເຕັກໂນໂລຊີ ທີ່ສາມາດປະກອບສ່ວນເພື່ອເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ສປປ ລາວ ຍາມໃດກໍຄໍານຶງເຖິງຄວາມຮັບຜິດຊອບຮ່ວມກັນຕໍ່ຄົນຮຸ່ນຫຼັງ ຈຶ່ງຕີລາຄາສູງຕໍ່ການຮັບຮອງເອົາ ຖະແຫຼງການວ່າດ້ວຍຄົນຮຸ່ນໃໝ່ ຊຶ່ງກຳນົດຫຼັກການ ແລະ ຢໍ້າຄືນຄຳໝາຍໝັ້ນໃນການປົກປັກຮັກສາໂລກຂອງພວກເຮົາ ໃຫ້ມີສະຖຽນລະພາບ, ຄວາມສະຫງົບສຸກ ແລະ ເທົ່າທຽມກັນໃນການເຂົ້າເຖິງການບໍລິການດ້ານສັງຄົມ, ຂໍ້ມູນຂ່າວສານ, ນະວັດຕະກຳໃຫມ່, ແກ້ໄຂຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ ຊຶ່ງທັງຫມົດເຫຼົ່ານັ້ນ ຈະຊ່ວຍປົກປັກຮັກສາໂລກຂອງພວກເຮົາໃຫ້ມີຄວາມຍືນຍົງ ແລະ ໃຫ້ຄົນຮຸ່ນຫລັງໄດ້ສືບຕໍ່ຊົມໃຊ້ຊັບພະຍາກອນທໍາມະຊາດຕໍ່ໄປໃນອະນາຄົດ.
ເຖິງວ່າ ສປປ ລາວ ຈະເປັນໜຶ່ງໃນປະເທດທີ່ປ່ອຍມົນລະພິດ ໃນປະລິມານໜ້ອຍທີ່ສຸດໃນໂລກ, ແຕ່ພວກເຮົາ ໄດ້ຮັບຜົນກະທົບຮ້າຍແຮງຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດຄືກັບຫຼາຍປະເທດ. ສປປ ລາວ ຈຶ່ງໄດ້ຮັບຮອງເອົາຍຸດທະສາດແຫ່ງຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ຢືນຍັນຄໍາໝາຍໝັ້ນປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມລະດັບສູງວ່າດ້ວຍການແກ້ໄຂໄພຂົ່ມຂູ່ຈາກລະດັບນໍ້າທະເລທີ່ເພີ້ມສູງຂຶ້ນໃນວັນທີ 25 ກັນຍາ 2024 ຜ່ານມາ ເຊິ່ງໄດ້ຢໍ້າຄືນຄວາມຈໍາເປັນຂອງການຮ່ວມມືທີ່ແຫນ້ນແຟ້ນໃນລະດັບສາກົນ ເພື່ອແກ້ໄຂຜົນກະທົບຈາກບັນຫາດັ່ງກ່າວ. ເຖິງແມ່ນວ່າ ສປປ ລາວ ຈະບໍ່ມີຊາຍແດນຕິດກັບທະເລ ແຕ່ກໍກຽມພ້ອມສະ ເໝີທີ່ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມລວມຂອງສາກົນໃນການປົກປັກຮັກສາສິ່ງແວດລ້ອມ ພ້ອມທັງຮຽກຮ້ອງໃຫ້ສະໜັບສະໜູນບັນດາມາດຕະການເພື່ອເພີ່ມຄວາມສາມາດໃນການປັບຕົວ ແລະ ສ້າງຄວາມເຂັ້ມແຂງເພື່ອຮັບມືໃນຕໍ່ໜ້າ.
ທ່ານປະທານ,
ທ້າຍສຸດນີ້, ຂ້າພະເຈົ້າ ຂໍຢໍ້າຄືນການສະຫນັບສະຫນູນຢ່າງສະເຫມີຕົ້ນສະເຫມີປາຍ ຂອງລັດຖະບານ ສປປ ລາວ ຕໍ່ຂອບການຮ່ວມມືຫລາຍຝ່າຍ ແລະ ບັນດາຫຼັກການທີ່ກໍານົດໃນກົດບັດ ສະຫະປະຊາຊາດ ແລະ ກົດໝາຍສາກົນ. ສປປ ລາວ ຈະສືບຕໍ່ຍົກສູງການຮ່ວມມືກັບບັນດາປະເທດສະມາຊິກອົງການ ສະຫະປະຊາຊາດ ແລະ ບັນດາປະເທດໃນພາກພື້ນ ເພື່ອປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ກໍ່ຄື ສົ່ງເສີມຄວາມວັດທະນະຖາວອນ ຂອງບັນດາປະຊາຊາດໃນໂລກ ລວມທັງ ການສືບຕໍ່ຜ່ານຜ່າບັນດາສິ່ງທ້າທາຍ ໃນປັດຈຸບັນ ເພື່ອສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍສຳລັບອະນາຄົດທີ່ສົດໃສຂອງຄົນຮຸ່ນປະຈຸບັນ ແລະ ຄົນຮຸ່ນໃໝ່.
ຂໍຂອບໃຈ.