ທ່ານ ປະທານ,
ກ່ອນອື່ນ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ທ່ານ ນາງ ອານນາເລນາ ແບບັອກ (Annalena Baerbock) ໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງ ເປັນປະທານສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 80. ສປປ ລາວ ພວກຂ້າພະເຈົ້າ ພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງເຕັມສ່ວນ ໃນການປະຕິບັດໜ້າທີ່ອັນມີກຽດຂອງທ່ານ. ຂ້າພະເຈົ້າ ຂໍຖືເອົາໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ທ່ານ ຟີເລມອນ ຢາງ (Philemon Yang) ທີ່ໄດ້ນໍາພາ ສະມັດຊາໃຫຍ່ ສປຊ ສະໄໝທີ 79 ຜ່ານມາ ຢ່າງມີຜົນສໍາເລັດໃນຫລາຍດ້ານ.
ທ່ານປະທານ,
ໃນປີນີ້ ອົງການສະຫະປະຊາຊາດ ຄົບຮອບ 80 ປີ ແລະ ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດ”, ຊຶ່ງຖືເປັນຂີດໝາຍສໍາຄັນດ້ານປະຫວັດສາດ ຂອງປະຊາຄົມໂລກ ເພື່ອລະນຶກເຖິງຄວາມມຸ່ງມາດປາຖະຫນາອັນແຮງກ້າ ຂອງວົງຄະນະນາຍາດສາກົນ ໂດຍຜ່ານການຮັບຮອງເອົາກົດບັດ ສປຊ ໃນປີ 1945 ພາຍຫຼັງທີ່ໂລກຂອງພວກເຮົາ ຫາກໍ່ຜ່ານຜ່າຄວາມຫາຍະນະ ແລະ ການທໍາລາຍລ້າງຜານ ຂອງສົງຄາມໂລກຄັ້ງທີ II. ຄວາມຕັດສິນໃຈທີ່ກ້າຫານດັ່ງກ່າວ, ນອກຈາກເປັນເຫດການສໍາຄັນທາງປະຫວັດສາດຂອງໂລກແລ້ວ ຍັງສະແດງໃຫ້ເຫັນເຖິງເຈດຕະນາລົມຮ່ວມກັນ ເພື່ອຊອກສະແຫວງຫາເສັ້ນທາງໃໝ່ ໃນການປົກປັກຮັກສາ ສັນຕິພາບໂລກ ພາຍໃຕ້ຫຼັກການພື້ນຖານ ທີ່ກໍານົດໄວ້ຢູ່ໃນກົດບັດ ສປຊ ເລັງໃສ່ແກ້ໄຂບັນຫາສາກົນ ໂດຍຜ່ານການປຶກສາຫາລື, ເສີມຂະຫຍາຍການຮ່ວມມື, ຮັກສາຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ການຢູ່ຮ່ວມກັນຢ່າງສັນຕິ. ກົດບັດ ສປຊ ໄດ້ກໍານົດຫລັກການພື້ນຖານທີ່ສໍາຄັນຍິ່ງ ໃຫ້ແກ່ບັນດາປະຊາຊາດ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະ ສົ່ງເສີມການຮ່ວມມືຫລາຍຝ່າຍ ໃນຕະຫລອດໄລຍະ 8 ທົດສະວັດ ທີ່ຜ່ານມາ. ເຖິງແມ່ນວ່າ ໃນໄລຍະຜ່ານມາ ໂລກຂອງພວກເຮົາໄດ້ປະເຊີນກັບສິ່ງທ້າທາຍ ທີ່ມີຄວາມສ່ຽງສູງຫລາຍຄັ້ງ ທີ່ອາດນໍາພາໄປສູ່ຂອບເຫວແຫ່ງສົງຄາມທໍາລາຍລ້າງຜານ, ແຕ່ຍ້ອນການເຊີດຊູກົນໄກການພົວພັນ ແລະ ຮ່ວມມືແບບຫລາຍຝ່າຍ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການພັດທະ ນາທີ່ຍືນຍົງ ຈິ່ງເຮັດໃຫ້ວົງຄະນາຍາດສາກົນຂອງພວກເຮົາ ສາມາດຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ໂດຍຜ່ານການຮ່ວມກັນແກ້ໄຂບັນຫາດ້ວຍສັນຕິວິທີ, ເຮັດໃຫ້ມວນມະນຸດ ໄດ້ດໍາລົງຊິວິດໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເປັນກ້າວໆມາ. ສິ່ງດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງ ຜົນສໍາເລັດອັນເປັນຮູບປະທໍາຂອງ ອົງການ ສປຊ ໃນການປະຕິບັດພາລະບົດບາດ ໂດຍມີ ກົດບັດ ສປຊ ເປັນຄໍາພີຊີ້ນໍາທາງ.
ທ່ານປະທານ,
ໂລກຂອງພວກເຮົາພວມປະເຊີນ ກັບສິ່ງທ້າທາຍທີ່ກ່ຽວເນື່ອງກັນ ແລະ ຝັງຮາກເລິກ, ຊຶ່ງພາໃຫ້ເກີດສະພາບຄວາມເຄັ່ງຕຶງ, ການແຂ່ງຂັນທາງພູມສາດການເມືອງ, ຄວາມບໍ່ສະເໝີພາບທີ່ພວມຂະຫຍາຍກວ້າງອອກ, ບວກກັບຜົນກະທົບທີ່ຍັງຫຼົງເຫຼືອຈາກການແຜ່ລະບາດຂອງພະຍາດຮ້າຍແຮງໃນໄລຍະຜ່ານມາ ເຊິ່ງທັງຫມົດ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ກີດຂວາງການພັດທະນາ. ຢູ່ຫລາຍພາກພື້ນໃນໂລກ ຍັງສືບຕໍ່ເກີດມີຂໍ້ຂັດແຍ່ງ ແລະ ການປະທະກັນດ້ວຍກໍາລັງອາວຸດ ທີ່ສ້າງຜົນກະທົບອັນໃຫຍ່ຫລວງຕໍ່ປະຊາຊົນໃນທົ່ວໂລກ. ສະນັ້ນ, ພວກເຮົາຕ້ອງເພີ້ມທະວີຄວາມພະຍາຍາມ ແລະ ຊອກຫາທຸກວິທີທາງ ເພື່ອພ້ອມກັນແກ້ໄຂບັນຫາເຫຼົ່ານັ້ນ ຜ່ານການເຈລະຈາ ແລະ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ຢ່າງຮີບດ່ວນ ເພື່ອຮັບປະກັນໝາກຜົນ ທີ່ພວກເຮົາຍາດແຍ່ງມາໄດ້ຜ່ານມາ ແລະ ປ້ອງກັນ ບໍ່ໃຫ້ຜົນກະທົບຈາກສະພາບການປະຈຸບັນ ຫລຸດທອນຄວາມຄືບໜ້າ ແລະ ສ້າງພາລະອັນໜັກໜ່ວງ ໃນການບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ.
ບົນຈິດໃຈດັ່ງກ່າວ, ສປປ ລາວ ພວກຂ້າພະເຈົ້າເຫັນດີ ສະໜັບສະໜູນ ຂໍ້ລິເລີ່ມເພື່ອການປະຕິຮູບພາຍຫຼັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ ຂອງ ທ່ານເລຂາທິການໃຫຍ່, ຊຶ່ງແທດເໝາະກັບກາລະໂອກາດ ແລະ ຄວາມຮຽກຮ້ອງການຕົວຈິງໃນປັດຈຸບັນ. ພ້ອມກັນນັ້ນ, ກໍຍັງສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ເຈດຕະນາລົມຂອງວົງຄະນາຍາດສາກົນ ເພື່ອຍົກສູງບົດບາດຂອງ ອົງການ ສປຊ ໃຫ້ສາມາດຮັບມືກັບສະພາບແວດລ້ອມຕົວຈິງຂອງສາກົນໃນໄລຍະໃຫມ່. ຂ້າພະເຈົ້າ ເຫັນວ່າ ຄວາມພະຍາຍາມໃນການປະຕິຮູບອົງການ ສປຊ ຄວນໃຫ້ບູລິມະສິດສູງສຸດ ແກ່ການປົກປັກຮັກສາ ສັນຕິພາບ ເຊິ່ງເປັນປັດໄຈພື້ນຖານເພື່ອຊຸກຍູ້ການພັດທະນາ, ຮັບປະກັນຄວາມຍຸຕິທໍາ ແລະ ກຽດສັກສີ ຂອງມວນມະນຸດໃນໂລກ. ພ້ອມດຽວກັນນັ້ນ, ພວກເຮົາຈະຕ້ອງສືບຕໍ່ສ້າງຄວາມເຂັ້ມແຂງ, ປັບປຸງແບບແຜນວິທີເຮັດວຽກ ຂອງບັນດາກົນໄກທີ່ຢູ່ພາຍໃຕ້ ອົງການ ສປຊ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ ໂດຍຜ່ານການປະຕິຮູບຢ່າງ ຮອບດ້ານ.
ທ່ານ ປະທານ,
ສປປ ລາວ ເວລາໃດກໍ່ໃຫ້ຄວາມສໍາຄັນແກ່ການຮ່ວມມືກັບອົງການສະຫະປະຊາດ. ໃນຖານະເປັນປະເທດສະມາຊິກ, ການປະກອບສ່ວນໃນດ້ານຕ່າງໆ ໃນຕະຫລອດໄລຍະຜ່ານມາ ກໍແມ່ນເພື່ອສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ໃນການຍົກສູງບົດບາດຂອງອົງການ ສປຊ ແລະ ກົດບັດ ສປຊ ຍັງສືບຕໍ່ເປັນຫລັກການສາກົນທີ່ທຸກປະເທດສະມາຊິກຕ້ອງປະຕິບັດ ເພື່ອປະກອບສ່ວນໃນການປົກປັກຮັກສາສັນຕິພາບໂລກ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາແບບຍືນຍົງ. ຕະຫລອດຫລາຍທົດສະວັດທີ່ຜ່ານມາ, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ຊຶ່ງອົງການເຄືອຂ່າຍ ສປຊ ໄດ້ປະກອບສ່ວນສໍາຄັນ ໃນວຽກງານພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ປີ 2025 ນີ້ ແມ່ນຄົບຮອບ 70 ປີ ຂອງການເຂົ້າເປັນສະມາຊິກ ອົງການ ສະຫະປະຊາຊາດ ຂອງ ສປປ ລາວ. ສະນັ້ນ, ຂ້າພະເຈົ້າຂໍ ຖືໂອກາດນີ້ ຢໍ້າຄືນຄວາມຫມາຍຫມັ້ນ ໃນການສືບຕໍ່ສະຫນັບສະຫນູນບັນດາຫຼັກການພື້ນຖານ ແລະ ເປົ້າໝາຍ ຂອງອົງການ ສປຊ ໃນຖານະປະເທດສະມາຊິກທີ່ຮັກຫອມ ແລະ ສົ່ງເສີມສັນຕິພາບ.
ທ່ານປະທານ,
ພວກຂ້າພະເຈົ້າ ມີຄວາມຍິນດີ ຕໍ່ຜົນສໍາເລັດຂອງ ກອງປະຊຸມລະດັບສູງວ່າດ້ວຍ ການແກ້ໄຂບັນຫາ ປາແລັດສະຕິນ ໂດຍສັນຕິວິທີ ແລະ ການແກ້ໄຂແບບສອງລັດ ຈັດຂຶ້ນ ໃນລະຫວ່າງ ວັນທີ 28-30 ກໍລະກົດ 2025 ຜ່ານມາ. ການຮັບຮອງເອົາຖະແຫຼງການ ນິວຢອກ ແມ່ນຂີດໝາຍທີ່ສໍາຄັນຂອງ ວົງຄະນະຍາດສາກົນ ເພື່ອສືບຕໍ່ຄວາມໝາຍໝັ້ນ ໃນການສ້າງສັນຕິພາບ, ຄວາມຍຸຕິທໍາ ແລະ ມີຄວາມຮັບຜິດຊອບຮ່ວມກັນ. ສປປ ລາວ ສືບຕໍ່ສະໜັບສະໜູນ ການແກ້ໄຂບັນຫາແບບສອງລັດ (Two-State Solution) ໂດຍທີ່ສອງປະເທດ ປາແລັດສະຕິນ-ອິດສະຣາແອນ ຢູ່ຮ່ວມກັນຢ່າງສັນຕິ ແລະ ໝັ້ນຄົງ ໂດຍສອດຄ່ອງກັບບັນດາຍັດຕິທີ່ກ່ຽວຂ້ອງ ຂອງ ອົງການສະຫະປະຊາຊາດ. ສປປ ລາວ ຫວັງຢ່າງຍິ່ງວ່າ ບັນຫາ ປາແລັດສະຕິນ ທີ່ແກ່ຍາວມາຫລາຍທົດສະວັດນີ້ ຈະໄດ້ຮັບການແກ້ໄຂດ້ວຍສັນຕິວິທີ. ພ້ອມກັນນັ້ນ, ສປປ ລາວ ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີຄວາມພະຍາມໃນການຊ່ວຍເຫລືອຟື້ນຟູ ປາແລັດສະຕິນ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິ. ຈາກບົດຮຽນໃນອະດີດຂອງ ສປປ ລາວ ພວກຂ້າພະເຈົ້າ, ເຫັນວ່າສົງຄາມບໍ່ແມ່ນທາງອອກ ແລະ ຫົນທາງດຽວທີ່ຈະສາມາດແກ້ໄຂທຸກຂໍ້ຂັດແຍ່ງໄດ້ ແມ່ນຕ້ອງຜ່ານການເຈລະຈາທາງການທູດ, ສ້າງຄວາມເຂົ້າອົກເຂົ້າໃຈກັນ, ການເຄົາລົບອໍານາດອະທິປະໄຕ ແລະ ຫລັການຂອງກົດໝາຍສາກົນ.
ສປປ ລາວ ເຫັນວ່າ ມາດຕະການການຂວໍ້າບາດແຕ່ພຽງຝ່າຍດຽວ ບໍ່ພຽງຂັດກັບ ກົດບັດ ສປຊ ແລະ ກົດໝາຍສາກົນ ແຕ່ຍັງເປັນການຖ່ວງດຶງການພັດທະນາທີ່ຍືນຍົງ ແລະ ສ້າງຄວາມທຸກທໍລະມານທີ່ບໍ່ຍຸຕິທໍາ ໃຫ້ແກ່ປະຊາຊົນຜູ້ບໍລິສຸດ. ອີກເທື່ອໜຶ່ງ ສປປ ລາວ ຂໍຮ່ວມກັບວົງຄະນະຍາດສາກົນ ຮຽກຮ້ອງໃຫ້ຍົກເລີກການຂວໍ້າບາດທາງດ້ານເສດຖະກິດ ແລະ ການເງິນ ຕໍ່ ສາທາລະນະລັດ ກູບາ ພ້ອມທັງ ລຶບລາຍຊື່ປະເທດ ກູບາ ອອກຈາກບັນຊີ “ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ” ແລະ ຍົກເລີກບັນດາມາດຕະການບີບບັງຄັບຝ່າຍດຽວທັງໝົດ ຕໍ່ບັນດາປະເທດເອກະລາດ.
ທ່ານປະທານ,
ຈາກການທົບທວນໄລຍະກາງສະໄໝ ຂອງການປະຕິບັດ ວາລະ 2030 ເຫັນວ່າພວກເຮົາຍັງພົບກັບສິ່ງທ້າທາຍຫລາຍຢ່າງ. ສປປ ລາວ ຢືນຢັນຄືນຄໍາໝາຍໝັ້ນອັນແຮງກ້າຂອງຕົນ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ສະແດງຄວາມຍິນດີ ຕໍ່ການຮັບຮອງເອົາຖະແຫຼງການ ວ່າດ້ວຍອະນາຄົດ ທີ່ເປັນຂໍ້ຕົກລົງສາກົນສະບັບໃໝ່ ເພື່ອປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂອບການຮ່ວມມືຫຼາຍຝ່າຍ ລວມທັງ ການຈັດຕັ້ງປະຕິບັດເປົ້າຫມາຍຫລັກ ຂອງອົງການ ສປຊ. ສໍາລັບ ສປປ ລາວ, ເປົ້າຫມາຍການພັດທະນາແບບຍືນຍົງ ໄດ້ຖືກຈັດຕັ້ງຜັນຂະຫຍາຍເຂົ້າໃນວາລະແຫ່ງຊາດ. ພວກຂ້າພະເຈົ້າ ຈະສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ ປພຍ ໂດຍຜ່ານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ກວມລວມ ແນໃສ່ເພື່ອສ້າງຄວາມເຂັ້ມແຂງ ແລະ ສາມາດຮັບມືກັບສະພາບການໃຫມ່ ລວມທັງ ການປ່ຽນແປງດິນຟ້າອາກາດ ໂດຍໝູນໃຊ້ເຕັກໂນໂລຊີ Climate-Smart. ພ້ອມກັນນັ້ນ, ຂ້າພະເຈົ້າເຫັນວ່າ ການຮ່ວມມືສາກົນທີ່ແໜ້ນແຟ້ນ, ລວມທັງ ການເຂົ້າເຖິງ ເຕັກໂນໂລຊີ, ນະວັດຕະກໍາໃຫມ່ ແລະ ການເຂົ້າເຖິງແຫລ່ງທຶນ ແມ່ນມີຄວາມຈໍາເປັນຢ່າງຍິ່ງ ສໍາລັບບັນດາປະເທດທີ່ຢູ່ໃນສະຖານະພາບພິເສດ ແລະ ມີຄວາມອ່ອນໄຫວ.
ໂດຍອີງໃສ່ສະພາບຈຸດພິເສດດ້ານການພັດທະນາ, ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍການພັດທະນາເເບບຍືນຍົງເເຫ່ງຊາດ ເປັນເປົ້າຫມາຍທີ 18: “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນເເຕກ”, ຊຶ່ງຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ໃນທົ່ວປະເທດ ພ້ອມທັງເປັນອຸປະສັກກີດຂວາງການພັດທະນາປະເທດ. ສະນັ້ນ, ພວກຂ້າພະເຈົ້າ ຈຶ່ງຂໍຖືໂອກາດນີ້ ຮຽກຮ້ອງມາຍັງວົງຄະນະຍາດສາກົນ ໃຫ້ເພີ່ມທະວີການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການເເກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຄົງຄ້າງຢູ່ ໂດຍອີງຕາມສົນທິສັນຍາສາກົນ ວ່າດ້ວຍລະເບີດລູກຫວ່ານ ເຊິ່ງ ສປປ ລາວ ໄດ້ຮັບໜ້າທີ່ເປັນປະທານ ກອງປະຊຸມທົບທວນຄືນຄັ້ງທີ 3 ຂອງສົນທີສັນຍາດັ່ງກ່າວ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈທີ່ ສປປ ລາວ ສືບຕໍ່ບັນລຸເງື່ອນໄຂໃນການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ. ເພື່ອຮັບປະກັນ ໃຫ້ການຂ້າມຜ່ານມີຄວາມໂລ່ງລ່ຽນ ແລະ ຍືນຍົງ, ພວກຂ້າພະເຈົ້າ ພວມສຸມໃສ່ການຈັດຕັ້ງປະຕິບັດຍຸດທະສາດ ວ່າດ້ວຍ ການຂ້າມຜ່ານຢ່າງໂລ່ງລ່ຽນ (Smooth Transition Strategy) ໂດຍຜ່ານການປຶກສາຫາລື ເເລະ ຮ່ວມມືຢ່າງໃກ້ຊິດ ລະຫວ່າງ ບັນດາຂະເເໜງການພາກລັດ ເເລະ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນ ໃຫ້ສືບຕໍ່ມີທ່ວງທ່າທີ່ດີ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນອະນາຄົດ.
ເຖິງວ່າຈະມີສິ່ງທ້າທາຍຫລາຍປະການ ແຕ່ ສປປ ລາວ ຍັງສືບຕໍ່ມີຄວາມໝາຍໝັ້ນທີ່ເດັດດ່ຽວ ໃນການສ້າງຄວາມອາດສາມາດໃນການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງໃນທຸກດ້ານ ເປັນຕົ້ນແມ່ນການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ການຍົກສູງຂີດຄວາມສາມາດ ແລະ ສະມັດຖະພາບດ້ານການຜະລິດຢູ່ພາຍໃນປະເທດ, ຕາມທິດ “ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ (ສອຈ)” ເພື່ອສ້າງຄວາມກຽມພ້ອມນໍາພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 (2026-2030).
ພວກຂ້າພະເຈົ້າ ຂໍສະແດງຊົມເຊີຍ ຜົນສໍາເລັດຂອງກອງປະຊຸມ ສປຊ ວ່າດ້ວຍ ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ຄັ້ງທີ 3 ໂດຍສະເພາະແມ່ນການຮັບຮອງເອົາ ແຜນປະຕິບັດງານ ອາວາຊາ (Awaza) ແລະ ຈະສືບຕໍ່ເຊື່ອມສານ ເເຜນດໍາເນີນງານສາກົນດັ່ງກ່າວ ເຂົ້າໃນເເຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດສະບັບໃຫມ່ ເພື່ອບັນລຸເປົ້າໝາຍບູລິມະສິດເເຫ່ງຊາດ ຄື: “ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍເເດນຕິດທະເລ ເປັນປະເທດເຊື່ອມຈອດ ເເລະ ເຊື່ອມໂຍງກັນໃນພາກພື້ນ”.
ສໍາລັບ ສປປ ລາວ, ການກໍ່ສ້າງພື້ນຖານໂຄງລ່າງເພື່ອການເຊື່ອມຈອດ ແມ່ນບຸລິມະສິດແຫ່ງຊາດທີ່ສໍາຄັນ. ຄວາມຄືບໜ້າທີ່ພົ້ນເດັ່ນ ແມ່ນສໍາເລັດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ທ່າເຮືອສາກົນ ລາວ-ຫວຽດນາມ ຢູ່ ວຸງອາງ (Vung Ang), ວາງແຜນສ້າງທາງລົດໄຟແຕ່ ແຂວງຄໍາມ່ວນ ສປປ ລາວ ເຖິງ ທ່າເຮືອວຸງອ່າງ ສສ. ຫວຽດນາມ ແລະ ການຂະຫຍາຍທ່າບົກ-ສູນກາງການບໍລິການການຂົນສົ່ງຄົບວົງຈອນ, ເຊິ່ງທັງຫມົດ ໄດ້ຊ່ວຍຫຼຸດຕົ້ນທຶນໃນການຂົງສົ່ງ ແລະ ເປີດເສັ້ນທາງໃໝ່ ສໍາລັບການຫັນປ່ຽນທາງດ້ານເສດຖະກິດ ແລະ ການຄ້າຢູ່ໃນພາກພື້ນ.
ທ່ານປະທານ,
ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທໍາມະຊາດທີ່ເກີດມີຫລາຍຂຶ້ນ ໄດ້ສ້າງຜົນກະທົບອັນໃຫຍ່ຫລວງ ຕໍ່ບັນດາປະເທດ ລວມທັງ ສປປ ລາວ. ສະນັ້ນ, ວົງຄະນາຍາດສາກົນ ຕ້ອງຮ່ວມມືກັນເພື່ອສືບຕໍ່ຈັດຕັ້ງປະຕິບັດ ສັນຍາ ປາຣີ, ສ້າງຄວາມພ້ອມເພື່ອຮັບມື, ປັບຕົວ ແລະ ແກ້ໄຂຜົນກະທົບຈາກໄພພິບັດ. ເພື່ອນໍາໃຊ້ຊັບພະຍາກອນທຳມະຊາດ ຕາມທິດຍືນຍົງ, ສປປ ລາວ ໄດ້ຮັບຮອງເອົາຍຸດທະສາດວ່າດ້ວຍການປ່ຽນແປງດິນຟ້າອາກາດແຫ່ງຊາດ ແລະ ສືບຕໍ່ຄໍາໝາຍໝັ້ນ ໃນການຈັດຕັັ້ງປະຕິບັດພັນທະການປະກອບສ່ວນໃນລະດັບປະເທດ. ເຖິງຢ່າງໃດກໍຕາມ, ການສະໜອງທາງດ້ານການເງິນທີ່ພຽງພໍ, ການຖ່າຍທອດເຕັກໂນໂລຊີ ແລະ ການສ້າງຂີດຄວາມສາມາດ ຍັງຄົງມີບົດບາດສໍາຄັນໃນການດໍາເນີນງານ ຂອງຄໍາໝາຍໝັ້ນເຫຼົ່ານີ້ໃຫ້ປະກົດຜົນເປັນຈິງ. ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ການປະຕິບັດຄໍາໝັ້ນສັນຍາຂອງສາກົນ ໂດຍສະເພາະເປົ້າໝາຍການສະໜອງທຶນ ຈໍານວນ 100 ຕື້ໂດລາ ໃນແຕ່ລະປີ ໃນວຽກງານການປ່ຽນແປງດິນຟ້າອາກາດ ໃຫ້ປະກັດຜົນເປັນຈິງ ເພື່ອສະໜັບສະໜູນບັນດາປະເທດທີ່ອ່ອນໄຫວ.
ທ່າແຮງບົ່ມຊ້ອນອີກດ້ານຫນຶ່ງ ແມ່ນການປະຕິຮູບນະວັດຕະກໍາດິຈິຕອນ, ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຄວາມກ້າວໜ້າຂອງ ເປົ້າຫມາຍ ປພຍ. ສປປ ລາວ ສະໜັບສະໜູນການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນວ່າດ້ວຍການຮ່ວມມືທາງດ້ານດິຈິຕອນ ແລະ ໃຫ້ຄວາມສໍາຄັນແກ່ການເຂົ້າເຖິງ ແລະ ການຄຸ້ມຄອງ ດິຈິຕອນ ທີ່ສະເໝີພາບ ຊຶ່ງຈະເປັນການສ້າງຄວາມເຊື່ອໝັ້ນ, ການມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ. ໃນລະດັບພາກພື້ນ, ອາຊຽນ ໄດ້ໃຫ້ຄວາມສໍາຄັນ ແກ່ການຫັນເປັນດີຈິຕອນ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບ ແລະ ຍົກລະດັບຂີດຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງ. ປັດຈຸບັນ, ອາຊຽນ ກໍພວມເລັ່ງການເຈລະຈາສັນຍາ ວ່າດ້ວຍຂອບວຽກເສດຖະກິດ ດີຈິຕອນ ໃຫ້ສໍາເລັດໂດຍໄວ ເພື່ອເປັນການສົ່ງເສີມໃຫ້ ອາຊຽນ ເປັນເຂດເສດຖະກິດດີຈິຕອນ ທີ່ນໍາໜ້າ, ສ້າງໃຫ້ມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກທີ່ມີຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ຈາກເສດຖະກິດຂອງໂລກທີ່ທັນສະໄໝ.
ທ່ານປະທານ,
ສຸດທ້າຍນີ້, ຂ້າພະເຈົ້າ ຂໍຢືນຢັນຄືນ ຄວາມໝາຍໝັ້ນ ທີ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະ ໜູນພາລະກິດຂອງ ອົງການ ສະຫະປະຊາຊາດ ຢ່າງຕັ້ງໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາຫລັກການທີ່ໄດ້ກໍານົດໄວ້ໃນກົດບັດ ສປຊ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ອົງການ ສປຊ ທີ່ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ບໍ່ພຽງແຕ່ຈະສາມາດຊ່ວຍປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ, ແຕ່ຍັງຈະຊ່ວຍຍູ້ແຮງການປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ພ້ອມທັງ ຮັບປະກັນວ່າ ບັນດາປະເທດສະມາຊິກທັງຫມົດ ຈະໄດ້ຮັບຜົນປະໂຫຍດຢ່າງເທົ່າທຽມກັນ. ໃນໂອກາດ ຄົບຮອບ 80 ປີ ຂອງການສ້າງຕັ້ງອົງການ ສປຊ ໃນປີນີ້, ຂ້າພະເຈົ້າ ເຊື່ອນຫມັ້ນວ່າ ຈະເປັນໂອກາດສໍາຄັນຍິ່ງ ໃຫ້ບັນດາຜູ້ນໍາໂລກ ພ້ອມກັນປຶກສາຫາລື ເພື່ອຊອກຫາຊ່ອງທາງແຫ່ງສັນຕິພາບ ໃຫ້ສາມາດພ້ອມກັນຜ່ານຜ່າສິ່ງທ້າທາຍໃນປັດຈຸບັນ ແລະ ໃຫ້ປະຊາຄົມໂລກ ສາມາດດຳລົງຊິວິດຢູ່ໃນສັນຕິພາບ, ຄວາມສະຫງົບສຸກ, ຍຸຕິທໍາ ແລະ ສີວິໄລ.
ຂໍຂອບໃຈ.

