United Nations Welcome to the United Nations. It's your world.
  • العربية
  • 简体中文
  • English
  • Français
  • Русский
  • Español

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ບູຣຸນດີ/Lao PDR establishes diplomatic relation with the Republic of Burundi

Date: 
Friday, 04 February 2022

ເພື່ອເປັນການເສີມຂະຫຍາຍ ສາຍພົວພັນການທູດກັບບັນດາປະເທດເພື່ອນມິດໃນທົ່ວໂລກ ພ້ອມທັງ ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູ​ຣູນ​ດີ (Republic of Burundi), ໃນຕອນເຊົ້າຂອງ ວັນທີ 4 ກຸມພາ 2022 ຢູ່ທີ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນ ນິວຢອກ, ສະຫະລັດ ອາເມລິກາ, ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນ​ດີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ,​ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ບູ​ຣູນ​ດີ ແມ່ນ ທ່ານ ເຊຟີຣິນ ແມນິຣາຕັງກາ (H.E. Mr. Zéphyrin Maniratanga), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ບູຣູນ​ດີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດຂອງທັງສອງຝ່າຍ.

ສາທາລະນະລັດ ບູຣູນດີ ເປັນປະເທດ ຕັ້ງຢູ່ພາກຕາເວັນອອກ ຂອງທະວີບ ອາຟຣິກາ ໂດຍມີຊາຍແດນຕິດກັບ 03 ປະເທດຄື:  ຣາວັນດາ (Rwanda),  ຕານຊາເນຍ (Tanzania) ແລະ ສາທາລະນະລັດ ປະຊາທິປະໄຕ ກົງໂກ (D.R Congo), ມີເນື້ອທີ່ທັງ ໝົດແມ່ນ 27,834 km2 ແລະ ນະຄອນຫຼວງແມ່ນ ບູຈໍາບູຣາ (Bujumbura). ​ສ. ບູຣູນດີ  ເຂົ້າເປັນສະມາ ຊິກຂອງອົງການ ສປຊ ໃນວັນທີ 18 ກັນຍາ 1962 ພາຍຫຼັງໄດ້ຮັບເອກະລາດຈາກ ແບນຊິກ ໃນວັນທີ 1 ​ກໍ​ລະ​ກົດ 1962 ແລະ ເປັນປະເທດໜຶ່ງ ໃນທະວີບ ອາຟຣິກກາ ທີ່ມີບົດບາດສົມຄວນ ໃນເວທີ ສປຊ, ຊຶ່ງເຄີຍໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງ ສປຊ ຜ່ານມາແລ້ວ 01 ຄັ້ງ ໃນປີ 1970-1971, ເປັນສະມາຊິກສະພາເສດຖະກິດ-ສັງຄົມ 03 ຄັ້ງ (ໃນປີ 1972-1974, 1981-1983, 2002-2004) ແລະ ສະພາສິດທິມະນຸດ 01 ຄັ້ງໃນປີ 2016-2018 ແລະ ເຄື່ອນໄຫວຢ່າງຫ້າວຫັນໃນ ຂອບ ສປຊ ເປັນຕົ້ນແມ່ນ ໃນກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDC), ກຸ່ມ 77+ຈີນ ແລະ ຂະບວນການບໍ່ຮ່ວມກຸ່ມ (NAM); ເປັນ 01 ໃນ 122 ປະເທດທີ່ໄດ້ປະກອບສ່ວນເຂົ້າໃນກອງກຳລັງຮັກສາສັນຕິພາບຂອງ ສປຊ. ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສ. ບູຣູນດີ ແມ່ນຍຶຶດຖືຫຼັກການ ພາຍໃຕ້ກົດບັດ ສປຊ.  

ສ. ບູຣູນດີ ປະກອບມີປະທານາທິບໍດີ ເປັນປະມຸກລັດ ແລະ ນາຍົກລັດຖະມົນຕີ ເປັນຫົວໜ້າລັດຖະບານ; ມີປະຊາກອນປະມານ 12,2 ລ້ານ ຄົນ; ພາສາທາງການແມ່ນນຳໃຊ້ພາສາ ກີຣຸນດີ (Kirundi), ຝຣັ່ງ ແລະ ອັງກິດ; ຈໍານວນ 75% ຂອງປະຊາຊົນ ເຊື່ອຖື ສາສະໜາຄຣິສຕຽນ, 20% ແມ່ນເຊື່ອຖືຮີດຄອງແບບພື້ນເມືອງ ແລະ 5% ເຊື່ອຖືສາສະໜາມຸດສະລິມ. ເສດຖະກິດ ຂອງ ສ.ບູຣູນດີ ສ່ວນໃຫຍ່ແມ່ນ ອີງໃສ່ຂະແຫນງກະສິກຳເປັນຫລັກ ເຊິ່ງປະຊາກອນຫລາຍກວ່າ 90% ແມ່ນເຮັດການກະຊິກໍາ ເປັນຕົ້ນແມ່ນປູກ ກາເຟ, ຊາ, ນໍ້າຕານ, ຝ້າຍ, ເຂົ້າ ແລະ ສ່ວນໃຫຍ່ແມ່ນສົ່ງອອກກາເຟ. ສ. ບຸຣູນດີ ມີທີ່ຕັ້ງດ້ານພູມສາດທີ່ສຳຄັນ ແລະ ມີຄວາມຫຼາກຫຼາຍດ້ານຊັບພະຍາກອນທຳມະຊາດ ​ຊຶ່ງປະກອບດ້ວຍ ເຂດພູດອຍ, ຫນອງບຶງ, ນໍ້ຳຕົກຕາດ ແລະ ປ່າສະຫງວນແຫ່ງຊາດ ທີ່ໄດ້ຂຶ້ນທະບຽນເປັນມໍລະດົກໂລກທາງທຳມະຊາດນຳອົງການ UNESCO ແລະ ໄດ້ເຂົ້າໃນບັນຊີສະຖານທີ່ອະນຸລັກທາງທຳມະຊາດ ຂອງອົງການ IUCN.

ໃນໂອກາດດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນໃນການສືບຕໍ່ຄວາມພະຍາຍາມຮ່ວມກັນ ເພື່ອເສີມຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆໃນຕໍ່ຫນ້າ, ລວມທັງ ການສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມເຮັດຫນ້າທີ່ເປັນຮອງປະທານ ສະມັດຊາໃຫຍ່ອົງການ ສປຊ ສະໄຫມທີ 76 ແລະ ເພື່ອສືບຕໍ່ຍົກສູງຖານະບົດບາດຂອງຕົນໃນເວທີສາກົນ, ສປປ ລາວ ຍັງໄດ້ສະຫມັກເຂົ້າເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສໍາລັບ ສົກປີ 2023-2025 ເປັນຄັ້ງທໍາອິດ. ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ແມ່ນເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສາຍພົວພັນການທູດ ກັບ 148 ປະເທດ ໃນທົ່ວໂລກ.

To further enhance diplomatic relations with all friendly nations globally as well as to continue promoting friendly ties and cooperation, the Joint Communique on the Establishment of Diplomatic Relations between the Lao People’s Democratic Republic and the Republic of Burundi was signed on 4 February 2022 in the ceremony taken place at the Permanent Mission of the Lao PDR to the United Nations in New York. The two countries were represented by Ambassador Anouparb Vongnorkeo, Permanent Representative of Lao PDR to the United Nations and Ambassador Zéphyrin Maniratanga, Permanent Representative of the Republic of Burundi to the United Nations, witnessed by the diplomats from both sides.

Located in East Africa with shared borders with 3 countries namely Rwanda, Tanzania, and D.R. Congo, the Republic of Burundi has a total land area of 27,834 km2, with Bujumbura as the nation’s capital. Burundi became member of the United Nations on 18 September 1962 after gaining its independence from Belgium on 1 July in the same year, the Republic of Burundi is one of the African countries that has played an important role in the United Nations having served as non-permanent member of the Security Council in 1970-1971, member of the Economic and Social Council (ECOSOC) for the terms 1972-1974, 1981-1983 and 2002-2004, as well as member of the Human Rights Council in 2016-2018. The country has also been actively engaged in other frameworks of the United Nations, namely the Group of Landlocked Developing Countries (LLDC), G77 and China, and the Non-allied Movement (NAM), as well as being one of 122 countries which have participated in the UN Peacekeeping Operations. The foreign policy of the Republic of Burundi has been pursued by adhering to the principles of the UN Charter.

With President as Head of State and Prime Minister as Head of Government, the Republic of Burundi has total population of approximately 12.2 million people, the majority of whom speak Kirundi as an official language along with French and English. Among its population, 75 per cent believe Christianity, 20 per cent in traditional faiths, and 5 per cent in Islam. Its economy remains agricultural dominant with more than 90 per cent of its population rely on agricultural production. The country’s main products are coffee, tea, sugar, cotton, rice, among which coffee is primary export. Strategically located, the Republic of Burundi is endowed with diverse natural resources comprising of mountains, lakes, waterfalls, and national forests that have been named by UNESCO as world natural heritage and included in a list of world’s natural conservation areas designated by the International Union for Conservation of Nature (IUCN).

On this auspicious occasion, the two sides also reaffirmed their concerted efforts for enhancing bilateral relations and cooperation in the future, including exchange of their mutual supports within the United Nations framework. The Lao PDR is currently assuming its duty as Vice President of the 76th Session of the General Assembly. To further enhance its role in the international arena, the Lao PDR has, for the first time, presented its candidature for ECOSOC membership for the term 2023-2025. The continued establishment of diplomatic relations with all friendly countries is a testimony of the consistent foreign policy of “Peace, Independence, Friendship, and Cooperation” pursued by the Lao Government and has now increased the total number of countries which the Lao PDR has established its diplomatic relations with, to 148 nations.