United Nations Welcome to the United Nations. It's your world.
  • العربية
  • 简体中文
  • English
  • Français
  • Русский
  • Español

ສປປ ລາວ ເລີ່ມປະຕິບັດໜ້າທີ່ສະມາຊິກ ຄະນະບໍລິຫານງານ ອົງການຢູນິເຊັບ

Date: 
Friday, 07 February 2025

ນິວຢອກ, ວັນທີ 7 ກຸມພາ 2025 - ສປປ ລາວ ໄດ້ເລີ່ມປະຕິບັດໜ້າທີ່ເປັນສະມາຊິກ ຄະນະບໍລິຫານງານ ຂອງອົງການຢູນິເຊັບ ຢ່າງເປັນທາງການ ສຳລັບສົກປີ 2025-2027, ພາຍຫຼັງການເລືອກຕັ້ງ ໂດຍ ສະພາເສດຖະກິດ-ສັງຄົມ ສະຫະປະຊາຊາດ (ECOSOC) ໃນ ເດືອນເມສາ ປີ 2024 ຜ່ານມາ. ຄັ້ງນີ້ຖືເປັນຄັ້ງທີສອງທີ່ ສປປ ລາວ ໄດ້ຮັບບົດບາດໜ້າທີເປັນສະມາຊິກ ຄະນະບໍລິຫານງານ ຂອງ ອົງການຢູນິເຊັບ, ຊຶ່ງຄັ້ງທຳອິດເເມ່ນໃນສົກປີ 2001-2003.

ຄະນະບໍລິຫານງານ ຂອງ ອົງການຢູນິເຊັບ ປະກອບດ້ວຍ ປະເທດສະມາຊິກ ອົງການສະຫະປະຊາຊາດ 36 ປະເທດ ຊຶ່ງໄດ້ຮັບການເລືອກຕັ້ງໂດຍ  ECOSOC ໃຫ້ດຳລົງຕຳແໜ່ງເປັນວາລະ 3 ປີ. ຄະນະບໍລິຫານງານ ດັ່ງກ່າວ ມີໜ້າທີ່ກວດກາວຽກງານຂອງ ອົງການຢູນິເຊັບ, ອະນຸມັດນະໂຍບາຍ ເເລະ ຮັບປະກັນຄວາມຮັບຜິດຊອບໃນອົງການ. ພ້ອມນີ້, ຄະນະບໍລິຫານງານ ຍັງມີໜ້າທີ່ຕິດຕາມກວດກາການປະຕິບັດໂຄງການ, ອະນຸມັດງົບປະມານ ເເລະ ເເຜນວຽງງານລະດັບປະເທດ, ພ້ອມຍັງໃຫ້ຄຳປຶກສາກ່ຽວກັບ ໂຄງການໃໝ່ໆທີ່ສອດຄ່ອງກັບຂໍ້ແນະນຳດ້ານນະໂຍບາຍຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ ແລະ ECOSOC.

ໃນກອງປະຊຸມສະໄໝສາມັນຄັ້ງທຳອິດ ຂອງຄະນະບໍລິຫານງານ ໄດ້ໄຂຂຶ້ນໃນວັນທີ 4-7 ກຸມພາ ປີ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ໄດ້ໃຫ້ຄຳເຫັນວ່າ: “ສປປ ລາວ ຮູ້ສຶກເປັນກຽດທີ່ໄດ້ຮັບໜ້າທີ່ໃນ ຄະນະບໍລິຫານງານ ຂອງ ອົງການຢູນິເຊັບ ອີກຄັ້ງ. ໃນຕະຫຼອດຫຼາຍປີທີ່ຜ່ານມາ, ພວກເຮົາໄດ້ເຫັນເຖິງຄວາມມຸ່ງມາດອັນເລິກເຊິ່ງໃນການຮ່ວມມືຂອງ ອົງການຢູນິເຊັບ ກັບ ລັດຖະບານຂອງພວກເຮົາ ໃນການພັດທະນາສະຫວັດດີການຂອງເດັກ. ເຖິງຢ່າງໃດກໍດີ, ສິ່ງທ້າທາຍກໍຍັງຄົງຢູ່ ໂດຍສະເພາະ ໃນທ່າມກາງສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມບໍ່ດຸ່ນດ່ຽງທາງດ້ານເສດຖະກິດ. ພວກເຮົາຮຽກຮ້ອງໃຫ້ປະຊາຄົມໂລກປົກປັກຮັກສາ ແລະ ຂະຫຍາຍການລົງທຶນໃນຂໍ້ລິເລີ່ມທີ່ແນໃສ່ເດັກ ເພື່ອຮັບປະກັນໃຫ້ເດັກທຸກຄົນ ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມແມ່ນມີໂອກາດໄດ້ຮັບການຈະເຕີບໃຫຍ່.”

ເນື່ອງໃນວາລະໂອກາດການກັບຄືນມາເປັນສະມາຊິກ ຄະນະບໍລິຫານງານ ຄັ້ງນີ້, ສຳນັກງານ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຍັງໄດ້ຮ່ວມກັບ ສຳນັກງານ ຜູ້ຕາງໜ້າຖາວອນແຫ່ງ ອົດສະຕາລີ ປະຈໍາອົງການ ສະຫະປະຊາຊາດ ຈັດງານພົບປະແບບບໍ່ເປັນທາງການ ແນໃສ່ເປັນໂອກາດເພື່ອສ້າງເຄືອຂ່າຍການຮ່ວມມື ຮ່ວມກັບບັນດາປະເທດສະມາຊິກໃນຄະນະບໍລິຫານງານ, ບັນດາຄູ່ຮ່ວມພັດທະນາ ແລະ ເຈົ້າຫນ້າທີ່ຂັ້ນສູງຂອງ ອົງການ ອົງການຢູນິເຊັບ.

ອົງການຢູນິເຊັບ ເປັນຄູ່ຮ່ວມງານທີ່ສຳຄັນຂອງ ສປປ ລາວ ມາເປັນເວລາ 50 ກວ່າປີ, ໂດຍໄດ້ສ້າງຕັ້ງສຳນັກງານຫ້ອງການແຫ່ງທຳອິດ ທີ່ ນະຄອນຫຼວງວຽງຈັນ ໃນ ປີ 1973. ໃນຫຼາຍທົດສະວັດທີ່ຜ່ານມາ, ອົງການຢູນິເຊັບ ໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາພາກສ່ວນຂອງລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງກັບຂະແໜງການຫຼັກ ເຊັ່ນ: ສາທາລະນະສຸກ, ໂພຊະນາການ, ການສຶກສາ, ນໍ້າ, ສຸຂາພິບານ ແລະ ການປົກປ້ອງເດັກ ເພື່ອເປັນການສະໜັບສະໜູນຄວາມພະຍາຍາມແຫ່ງຊາດ ໃນການປັບປຸງຊີວິດການເປັນຢູ່ຂອງເດັກທຸກໆຄົນ. ຜົນສຳເລັດທີ່ຜ່ານມາລວມມີການຫຼຸດຜ່ອນອັດຕາການຕາຍໃນເດັກ, ການຜັນຂະຫຍາຍອັດຕາການສັກຢາກັນພະຍາດ, ການເສີມສ້າງຄວາມເຂັ້ມແຂງຂອງໂຄງການດ້ານໂພຊະນາ ແລະ ການພັດທະນາຖານຂໍ້ມູນການຮຽນເເບບດີຈີຕອລ ເພື່ອປັບປຸງການເຂົ້າເຖິງການສຶກສາ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ.

ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຍິນດີທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ຄະນະບໍລິຫານງານ ຂອງ ອົງການຢູນິເຊັບ ວ່າ: “ການທີ່ ສປປ ລາວ ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງເປັນສະມາຊິກ ຄະນະບໍລິຫານງານ ຂອງ ອົງການຢູນິເຊັບ ນັ້ນຍັງສ່ອງແສງໃຫ້ເຫັນເຖິງ ຄວາມເປັນຜູ້ນຳທີ່ເພີ່ມຂຶ້ນຂອງປະເທດ ແລະ ຄວາມໝາຍໝັ້ນໃນການປະກອບສ່ວນຕໍ່ຄວາມພະຍາຍາມລະດັບໂລກ ເພື່ອສົ່ງເສີມສິດທິເດັກ. ອົງການຢູນິເຊັບ ຫວັງເປັນຢ່າງຍິ່ງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ໃນລະຫວ່າງການດຳລົງຕຳແໜ່ງໃນ ຄະນະບໍລິຫານງານ ເພື່ອສ້າງຄວາມເຂັ້ມແຂງທາງດ້ານນະໂຍບາຍ ແລະ ແຜນງານປັບປຸງຊີວິດຂອງເດັກ ທັງຢູ່ໃນ ສປປ ລາວ ແລະ ໃນທົ່ວໂລກ.”

ໃນຖານະທີ່ເປັນສະມາຊິກຂອງ ຄະນະບໍລິຫານງານ ຂອງ ອົງການຢູນິເຊັບ, ສປປ ລາວ ຈະໄດ້ມີສ່ວນຮ່ວມກັບບັນດາຄູ່ຮ່ວມພັດທະນາໃນທົ່ວໂລກ ເພື່ອສະໜັບສະໜູນບັນດາບູລິມະສິດຍຸດທະສາດຂອງ ອົງການຢູນິເຊັບ ແລະ ຮັບປະກັນວ່າ ເດັກນ້ອຍທຸກຄົນມີໂອກາດໄດ້ຈະເລີນເຕີບໃຫຍ່ຢ່າງເຕັມທີ່.

 

--------------------------------------------------------------

 

New York, 7 February 2025 – The Lao People’s Democratic Republic has officially assumed its role as a member of the UNICEF Executive Board for the 2025–2027 term, following its election by the United Nations Economic and Social Council (ECOSOC) in April 2024. This marks the second time Lao PDR has held a seat on the Board, with its first tenure taking place from 2001 to 2003.

The UNICEF Executive Board consists of 36 UN Member States, elected by ECOSOC to serve three-year terms. The Board provides intergovernmental oversight of UNICEF’s work, approves policies, and ensures accountability. It also monitors programme performance, approves budgets and country programmes, and advises on new initiatives in line with the policy guidance of the UN General Assembly and ECOSOC.

At the First Regular Session of the Board, held from 4–7 February 2025, H.E. Ambassador Anouparb Vongnorkeo, Permanent Representative of Lao PDR to the United Nations, stated: “Lao PDR is honoured to serve on the UNICEF Executive Board once again. Over the years, we have witnessed the profound impact of UNICEF’s partnership with our government in advancing child well-being. However, the challenges remain, particularly as we navigate climate change and economic uncertainties. We call on the global community to sustain and expand investments in child-centred initiatives to ensure that every child, regardless of circumstance, has the opportunity to thrive.”

To mark its return to the Board, Lao PDR’s Permanent Mission co-hosted an informal networking event with the Australian Permanent Mission, bringing together Board members, development partners, and UNICEF’s senior leadership.

UNICEF has been a key partner of Lao PDR for over 50 years, having established its first office in Vientiane in 1973. Over the decades, UNICEF has worked closely with government counterparts and stakeholders across key sectors—including health, nutrition, education, water, sanitation, and child protection—to support national efforts to uphold the wellbeing of every child. Recent achievements include significant reductions in child mortality, expanded immunization coverage, strengthened nutrition programmes, and the introduction of innovative digital learning platforms to improve education access, particularly in remote areas.

Welcoming Lao PDR’s membership on the Executive Board, UNICEF Country Representative to Lao PDR, Mr. Bilal Aurang Zeb Durrani, stated: “Lao PDR’s election to the UNICEF Executive Board reflects its growing leadership and commitment to global efforts to advance children’s rights. UNICEF looks forward to working closely with Lao PDR during its tenure on the Board to strengthen policies and programmes that improve the lives of children, both in Lao PDR and around the world.”

As UNICEF’s Executive Board member, Lao PDR will engage with global partners to support UNICEF’s strategic priorities and ensure that every child has the opportunity to thrive.

 

ບົດອອກຂ່າວໂດຍ: ພົງສະຫວັດ ມະຫາທິລາດ
ຮູບພາບ: UN Photo