United Nations Welcome to the United Nations. It's your world.
  • العربية
  • 简体中文
  • English
  • Français
  • Русский
  • Español

ແຈ້ງຂ່າວການສອບເສັງເຂົ້າເຮັດວຽກນຳສຳນັກງານຂອງອົງການ ສປຊ 2020

Date: 
Thursday, 25 June 2020

ສຳນັກງານຜູ້ຕາງຫນ້າຖາວອນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳອົງການ ສະຫະປະຊາຊາດ ທີ່ ນິວຢອກ ຂໍຖືເປັນກຽດແຈ້ງຂ່າວໃຫ້ພົນລະເມືອງລາວຜູ້ທີ່ມີຄວາມສົນໃຈຕ້ອງການສອບເສັງເຂົ້າເຮັດວຽກນຳສຳນັກງານຂອງອົງການ ສປຊ ຢູ່ແຕ່ລະພາກພື້ນທົ່ວໂລກ ເຊັ່ນ: ຢູ່ New York, Geneva, Vienna, Addis Ababa, Bangkok, Beirut, Nairobi ແລະ Santiago ຊາບກ່ຽວກັບລາຍລະອຽດໂດຍລວມ ດັ່ງນີ້:

  • ເງື່ອນໄຂການສະຫມັກສອບເສັງ:
  1. ມີອາຍຸບໍ່ເກີນ 32 ປີ (ເກີດໃນວັນທີ 01 ມັງກອນ 1988 ຫລື ເກີດຫລັງຈາກວັນເດືອນປີ ດັ່ງກ່າວ);
  2. ຈົບການສຶກສາລະດັບທຽບເທົ່າປະລິນຍາຕີຂຶ້ນໄປ (ຫລັກສູດ 03 ປີ);
  3. ມີຄວາມຊຳນານໃນການນຳໃຊ້ພາສາອັງກິດ ຫລື ພາສາຝຣັ່ງ.
  • ​​​​​​​ການສອບເສັງ: ບໍ່ໄດ້ເສຍຄ່າລົງທະບຽນການສອບເສັງ

ການສອບເສັງແບ່ງອອກເປັນ 03 ຂັ້ນຕອນຄື: 1). ຍື່ນຄຳຮ້ອງ, 2). ການປະເມີນ, ແລະ 3). ການບັນຈຸ ເຂົ້າເປັນພະນັກງານອົງການ ສປຊ. ການສອບເສັງຈະດຳເນີນຜ່ານທາງອອນລາຍ ໂດຍມີ 03 ພາກ ຄື: 1). ພາກຂຽນສອບເສັງຄວາມຮູ້ທົ່ວໄປ ໂດຍສະເພາະຄວາມຮູ້ຄວາມສາມາດ ໃນການເຮັດວຽກກັບອົງການຈັດຕັ້ງສາກົນ, 2). ວິຊາສະເພາະ ແລະ 3). ສຳພາດທາງໄກ. ວິຊາສອບເສັງມີດັ່ງນີ້:

  1. ການບໍລິຫານ ແລະ ການຄຸ້ມຄອງ (Management & Administration),
  2. ການສື່ສານສາກົນ (Global Communications),
  3. ການເມືອງ ແລະ ສິດທິມະນຸດ (Political Affairs and Human Rights).

ກະລຸນາເຂົ້້າເບິ່ງຂໍ້ມູນລາຍລະອຽດ ແລະ ວີດີໂອຈາກກອງເລຂາ Young Professional Programme (YPP) ທີ່ເວັບໄຊ: https://hr.un.org/page/ypp-2020-communications-toolkit.

 

ນິວຢອກ, ວັນທີ 25 ມິຖຸນາ 2020