United Nations Welcome to the United Nations. It's your world.
  • العربية
  • 简体中文
  • English
  • Français
  • Русский
  • Español

ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວປະໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76

Date: 
Saturday, 25 September 2021

ໃນຕອນເຊົ້າຂອງ ວັນທີ 25 ກັນຍາ 2021 ຢູ່ທີ່ສຳນັກງານໃຫຍ່ອົງການ ສປຊ, ນະຄອນ ນິວຢອກ, ເຊິ່ງເປັນມື້ທີ 5 ຂອງການດຳເນີນພາກອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76, ທ່ານ   ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບົດປາໄສ ໂດຍຜ່ານການບັນທຶກວິດີໂອ ໂດຍສະແດງຄວາມຊົມເຊີຍຕໍ່ ທ່ານ ອັບດູລາ ຊາຮິດ (Abdulla Shahid) ທີ່ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ທ່ານ ໂວລກັນ ໂບສ໌ເກຍ (Volkan Bozkir) ທີ່ໄດ້ປະຕິບັດໜ້າທີ່ເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ດ້ວຍຜົນສໍາເລັດອັນຈົບງາມ. ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄລຍະ 2 ປີທີ່ຜ່ານມາ ພ້ອມທັງຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງວົງຄະນະຍາດສາກົນ, ບັນດາປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນແຕ່ລະດ້ານເພື່ອການສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ລວມທັງ ບັນດາປະເທດທີ່ມີຄວາມກ້າວໜ້າທາງດ້ານວິທະຍາສາດການແພດ, ນັກຄົ້ນຄວ້ານັກວິທະຍາສາດໃນທົ່ວໂລກ ເພີ່ມທະວີການສຶກສາຄົ້ນຄວ້າ ເພື່ອວາງມາດຕະການຕອບໂຕ້ຮ່ວມກັນ ເປັນຕົ້ນແມ່ນການຄົ້ນຄວ້າພັດທະນາ ແລະ ຜະລິດຢາວັກແຊັງ, ຢາປິ່ນປົວ, ສືບຕໍ່ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເອົາຊະນະກັບວິກິດການດ້ານສຸຂະພາບດັ່ງກ່າວ. ພະຍາດໂຄວິດ-19 ໄດ້ທໍາລາຍລະບົບຕ່ອງໂສ້ເສດຖະກິດໂລກ, ເຮັດໃຫ້ທຸກປະເທດໃນໂລກ ປະເຊີນກັບເສດຖະກິດທີ່ຖົດຖອຍ ແລະ ຢຸດສະງັກ, ເຊິ່ງໄດ້ສ້າງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງທຸກປະເທດ, ໂດຍສະເພາະ ແມ່ນປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ລວມທັງ ສປປ ລາວ ແມ່ນໄດ້ຮັບຜົນກະທົບຫລາຍກວ່າຫມູ່ ໃນການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ ພ້ອມທັງຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ໂດຍສະເພາະປະເທດພັດທະນາແລ້ວ ຈົ່ງໄດ້ໃຫ້ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ໃນການເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ປະເທດກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາ ໃຫ້ສາມາດແກ້ໄຂຜົນກະທົບຈາກການແຜ່ລະບາດຈາກພະຍາດໂຄວິດ-19 ນີ້.

ໃນຊຸມປີຜ່ານມາ ລັດຖະບານລາວ ຈະໄດ້ເອົາໃຈໃສ່ ແລະ ວາງມາດຕະການທັງໄລຍະສັ້ນ ແລະ ໄລຍະຍາວ, ເປັນຕົ້ນແມ່ນການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ກໍ່ຄື ຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030, ຕັ້ງຫນ້າປະຕິບັດໃຫ້ໄດ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 (2021-2025) ທີ່ ສະພາແຫ່ງຊາດລາວ ໄດ້ຮັບຮອງໃນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູນ ວ່າດ້ວຍປະເທດດ້ອຍພັດທະນາ ໂດຍມີເປົ້າໝາຍສູ້ຊົນໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງມີຄວາມຍືນຍົງ. ຈາກການປະເມີນຂອງ ອົງການ ສປຊ, ເຖິງແມ່ນວ່າ ສປປ ລາວ ສາມາດປະຕິບັດໄດ້ 3 ເງື່ອນໄຂໃນການສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ ພາຍຫຼັງການທົບທວນຄັ້ງທີ 2 ໃນເດືອນ ກຸມພາ 2021 ທີ່ຜ່ານມານີ້ແລ້ວກໍ່ຕາມ, ແຕ່ເຫັນວ່າ ສປປ ລາວ ອາດຈະບໍ່ສາມາດຮັກສາໄວ້ລະດັບມາດຖານຂອງທັງ 3 ເງື່ອນໄຂທີ່ກໍານົດໄວ້ນັ້ນໄດ້ ເນື່ອງຈາກຍັງສືບຕໍ່ໄດ້ຮັບຜົນກະທົບຮອບດ້ານຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ສປປ ລາວ ໄດ້​ເຂົ້າ​ຮ່ວມ ແລະ ປະກອບສ່ວນຢ່າງຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບສູງ ໃນຂອບການຮ່ວມມືພາກພື້ນ, ໂດຍສະເພາະໃນ​ອາຊຽນ ເຊິ່ງຖືເອົາ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຮ່ວມມືເພື່ອການພັດທະນາ ຂອງບັນດາປະເທດສະມາຊິກ ເປັນບູລິມະສິດ. ນອກນີ້, ສປປ ລາວ ໄດ້ສືບຕໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ ເພື່ອຮອງຮັບການເຊື່ອມໂຍງເສດຖະກິດ​ເຂົ້າ​ກັບພາກພື້ນ ​ແລະ ອະນຸ​ພາກ​ພື້ນ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ ໂດຍຜ່ານຂອບການຮ່ວມມືຕ່າງໆ, ອັນສໍາຄັນອັນໜຶ່ງ ແມ່ນການກະກຽມເປີດການນໍາໃຊ້ເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນທ້າຍປີ 2021 ນີ້ ເຊິ່ຈະເປັນເສັ້ນທາງລົດໄຟສາຍທຳອິດຂອງ ສປປ ລາວ ແລະ ຈະເປັນການໄຂສັງກາດໃໝ່ ພາຍໃຕ້ວິໄສທັດ ການສ້າງປະເທດ ຈາກບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ເພື່ອການສົ່ງເສີມການພົວພັນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ໄປມາ ຫາສູ່ ລະຫວ່າງປະຊາຊົນ ຢູ່ໃນພາກພື້ນໃຫ້ມີຄວາມສະດວກວ່ອງໄວຂື້ນກວ່າເກົ່າ.  

ສປປ ລາວ ໄດ້ສືບຕໍ່ຍຶດໝັ້ນໃນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ກໍ່ຄື ຫຼັກການແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ບໍ່ແຊກແຊງກິດຈະການພາຍໃນເຊິ່ງກັນແລະກັນ ພ້ອມທັງ ເຫັນວ່າ ການໂດດດ່ຽວ, ການປະເຊີນໜ້າ ແລະ ນໍາໃຊ້ມາດຕະການຂວໍ້າບາດຝ່າຍດຽວຕໍ່ປະເທດໃດໜຶ່ງ ຍິ່ງຈະບໍ່ນໍາຜົນປະໂຫຍດໃດໆ ມາສູ່ປະເທດທີ່ກ່ຽວຂ້ອງ ກໍຄື ວົງຄະນະຍາດສາກົນໂດຍລວມ. ນອກນີ້, ຍັງໄດ້ຍົກໃຫ້ເຫັນບັນຫາຂໍ້ຂັດແຍ່ງຢູ່ພາກພື້ນຕາເວັນອອກກາງ ທີ່ແກ່ຍາວມາຫຼາຍທົດສະວັດ ແລະ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ພະຍາຍາມຫັນໜ້າເຂົ້າຫາກັນ ເພື່ອປຶກສາຫາລື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ໃນການແກ້ໄຂບັນຫາດັ່ງກ່າວ ໂດຍສັນຕິວິທີ. ເພື່ອຮ່ວມກັນແກ້ໄຂ ວິກິດການດ້ານດິນຟ້າອາກາດ, ສປປ ລາວ ຮຽກຮ້ອງມາຍັງທຸກປະເທດໃນໂລກ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດ ບັນດາພັນທະ ແລະ ເປົ້າໝາຍຂອງສັນຍາ ປາຣີ ໃຫ້ປະກົດຜົນເປັນຈິງ ແນໃສ່ສະກັດກັ້ນ ແລະ ຫລຸດຜ່ອນການເກີດໄພພິບັດທໍາມະຊາດທີ່ຮ້າຍແຮງ ແລະ ສ້າງຜົນກະທົບທີ່ໜັກ  ໜ່ວງຕໍ່ໂລກຂອງພວກເຮົາໃນປັດຈຸບັນ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ບັນຫາດັ່ງກ່າວ ໂດຍໄດ້ຜັນຂະຫຍາຍເອົາບັນດາເປົ້າໝາຍຂອງ ສັນຍາ ປາຣີ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຍຸດທະສາດແຫ່ງຊາດ ວ່າດ້ວຍການເຕີບໂຕສີຂຽວ. ພ້ອມດຽວກັນນັ້ນ, ລັດຖະບານລາວ ຍັງໄດ້ສະເຫນີແຜນງານແຫ່ງຊາດ ກ່ຽວກັບການປະກອບສ່ວນແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ (NDC) ໃຫ້ອົງການສະຫະປະຊາຊາດ ເຊິ່ງໄດ້ວາງຄາດຫມາຍຫຼຸດຜ່ອນປະລິມານການປ່ອຍທາດອາດພິດເຮືອນແກ້ວໃຫ້ໄດ້ ເຖິງ 60 % ພາຍໃນ ປີ 2030.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ທີ່ປະຊຸມວ່າ ສປປ ລາວ ພວມສະໝັກເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025, ເຊິ່ງສະແດງໃຫ້ເຫັນເຖງຄວາມຕັດສິນໃຈສູງ ແລະ ຄວາມພ້ອມ ຂອງ ສປປ ລາວ ໃນການປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນ ເຂົ້າໃນພາລະກິດອັນມີກຽດຂອງອົງການ ສປຊ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ. ໃນມື້ທີ 5 ຂອງກອງປະຊຸມ ໄດ້ມີບັນດາຜູ້ນໍາຂັ້ນຫົວໜ້າລັດຖະບານ ແລະ ລັດຖະມົນຕີຂອງ 26 ປະເທດ ຜັດປ່ຽນກັນ ຂຶ້ນກ່າວບົດປາໄສ ໃນຮູບແບບມາຮ່ວມດ້ວຍຕົນເອງ ແລະ ຜ່ານການບັນທຶກວິດີໂອ. ພາກອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ນີ້ ຍັງຈະດຳເນີນໄປເຖິງ ວັນທີ 27 ກັນຍາ 2021.